ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ທ່ານ ຫງວຽນ​ແມັ້ງ​ເກື່ອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ​ ເນັ້ນ​ໜັກ​ວ່າ 50 ປີ​ທີ່​ໃສ່ຊື່ ​ລຸງ​ໂຮ່ ແມ່ນ 50 ປີ​ທີ່ນະ​ຄອນ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ ແລະ ຕໍ່​ເນື່ອງ, ຈາກ​ຕົວ​ເມືອງ​ທີ່​ຖືກ​ຜົນ​ເສຍ​ຫາຍຢ່າງໜັກໜ່ວງ​ພາຍຫຼັງ​ສົງ​ຄາມ ​ໄດ້ກາຍ​ເປັນ​ສູນກາງ​ໃຫຍ່ທາງດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ ຂອງ​ທົ່ວ​ປະ​ເທດ.

ຕາມ​ທ່ານ ຫງວຽນ​ແມັ້ງ​ເກື່ອງ​ແລ້ວ, ຜ່ານ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ລາຍ​ການ​ສະ​ແດງ​ຍຸກ​ທັນ​ສະ​ໄໝ ແລະ ເຕັ​ກ​ໂນ​ໂລ​ຢີ 3D Mapping, ນະ​ຄອນ ໂຮ່​ຈີ​ມິ​ນ ​ປ​າດ​ຖະ​ໜາ​ຢາກ​ສົ່ງ​ສານ​ກ່ຽວ​ກັບ​ນະ​ຄອນ​ແຫ່ງ​ໄມຕີຈິດ​, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ເຄົາ​ລົບ​ອະ​ດີດ​ຕະ​ການ, ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ປັດ​ຈຸ​ບັນ ແລະ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ ອອກສູ່​ປະ​ຊາ​ຊົນ, ເພື່ອນ​ມິດ​​ຢູ່​ພາຍ​ໃນ ແລະ ແຂກ​ທ່ອງ​ທ່ຽວ​ສ​າ​ກົນ.

ໃນ​ເວ​ລາເກືອບ 30 ນາ​ທີ, ຜ່ານ​ສອງລາຍ​ການ​ສະ​ແດງ 3D Mapping ມາ​ຈາກ​ບັນ​ດາ​ຫົວ​ໜ່ວຍ​ຂອງ ຫວຽດ​ນາມ ແລະ ຝ​ລັ່ງ, ດ້ານ​ໜ້າ​ຂອງ​ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເບິ່ງ​ຄື​ວ່າ​ໄດ້ສວມ​ເສື້ອຜືນ​ໃໝ່​, ພາ​ຜູ້​ຊົມໄປ​ຜ່ານ​ບັນ​ດາ​ຂີດ​ໝາຍ​ປະ​ຫວັດ​ສາດ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ແລະ ຄວາມ​ມຸ່ງ​ຫວັງ​ເຊື່ອມ​ໂຍງ​ຂອງ​ນະ​ຄອນໃນ​ຍຸກ​ສະ​ໄໝ​ໃໝ່.

ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ຮູບ​ພາບ, ດົນ​ຕີ ແລະ ​ແສງ​ສີ​ໄດ້​ສ້າງ​ເປັນສ​ະ​ຖ​ານ​ທີ່​ສິ​ລະ​ປະທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກຕື້ນຕັນ, ສະ​ແດງ​ໃຫ້​ເຫັນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງຄວາມເປັນ​ມູນ​ເຊື້ອ ແລະ ທັນ​ສະ​ໄໝ, ລະ​ຫວ່າງ​ສີ​ສັນ​ຂອງວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ຈິດ​ໃຈ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕິດ​ຕາມ​ລາຍ​ການ, ​ອ້າຍ ​ເຈິ່ນ​ແທັງ​ລາມ ຊາວ​ນະ​ຄອນ ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ອ້າຍ​ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ພາບ ແລະ ເນື້ອ​ໃນ​ຂອງ​ບັນ​ດາ​ລາ​ຍ​ການ​ສະ​ແດ​ງ​ປີ​ນີ້, ພິ​ເສດ​ແມ່ນ​ບັນ​ດາ​ລາຍ​ການ​ສະ​ແດງຫວນຄືນຍຸກສະໄໝ​ ດ້າຍ​ຫວຽດ, ຊຸດ​ອາ​ພອນທີ່ເປັນມູນເຊື້ອ ແລະ ຮູບພາບຊຸດ​ເສື້ອ​ຍາວ ຫວຽດ​ນາມ.

ພາບ​ຈຳ​ນວນ​ໜຶ່ງ​ທີ່​ງານ​ວາງ​ສະ​ແດງ: