VOV WorldVOV World
ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ
30/03/2017 07:28
(vovworld) - ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ ຂອງ​ພວກເພື່ອນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນ​ບັນ​ດາ​ຂ່າ​ວ/ບົດ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ. ເລືື່ອງ​ພວກ​ເພື່ອນ​ໄດ້​​ສ້າງ​ລາຍ​ການ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ເພື່ອ​ອັບ​ເດັດ​ບັນ​ດາ​ຂ່າ​ວ/ບົດລະ​ຫວ່າງ 2 ປະ​ເທດນັ້ນ
ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ
(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ 243 ​ສະ​ບັບ ແລະ ໂທ​ລະ​ສັບຫຼາຍ​ສາຍ​ ຈາກທ່ານ​ຜູ້​ຟັງ​ຢູ່ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ 12 ສະ​ບັບ ແລະ ໂທ​ລະ​ສັບ ຈາກ​ທ່ານ​ຜູ້​ຟັງ​ລາວ.     ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ ຂອງ​ພວກເພື່ອນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນ​ບັນ​ດາ​ຂ່າ​ວ/ບົດ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ. ເລືື່ອງ​ພວກ​ເພື່ອນ​ໄດ້​​ສ້າງ​ລາຍ​ການ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ເພື່ອ​ອັບ​ເດັດ​ບັນ​ດາ​ຂ່າ​ວ/ບົດລະ​ຫວ່າງ 2 ປະ​ເທດນັ້ນ ໄດ​້​ຊ່ວຍ​ໃຫ້​ຂ້​າ​ພະ​ເຈົ້າ​ກຳ​ໄດ້​ບັນ​ດາ​ຂໍ້​ມູນ​ຂ​່າວ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ຂອງ​ຫວຽດ​ນ​າມ - ລາວກວ່າ​ອີກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແວັບ​ໄຊ​ຈະ​ມີ​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາກວ່າ​ອີກ ເພື່ອ​ໃຫ​້​ຜູ້​ຟັງ, ຜູ້​ອ່ານ​ມີ​ຄວາມ​ສະ​ດວກກວ່າ​ໃນ​ກາ​ນ​ຊອກ​ຫາ​ບັນ​ດາ​ຂ່າ​ວ/ບົດ​ທີ່​ທຸກ​ຄົນມີ​ຄວາມ​ສົນ​ໃຈ​.        ​ລາຍ​ພາກ​ພາ​ສາ​ລາວ, VOV5 ຂອບ​ໃຈ​ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ທີ່​ໄດ້​​ແບ່ງ​ປັນ​ຄຳ​ເຫັນ​ຂອງ​ເພື່ອ​ນ​ມາ​ໃຫ້​ລາຍ​ການ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແວັ​ບ​ໄຊ vovworld.vn ຈະ​ມີ​ການ​ປ່ຽນ​ແປ​ງ​ທາງ​ດ້ານ​ໜ້າ​ແວັບໃຫ້​ມີ​ຄວາມສະ​ດວກ ແລະ ສວຍງາມກວ່າ. ຫວັງ​ວ່າ, ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ ແລະ ບັນ​ດາ​ຜູ້​ຟັງ, ຜູ້​ອ່ານ​ຄົນ​ອື່ນໆ ຈະ​ປະ​ກອບ​ຄຳ​ເຫັນ​ໃຫ້​​ລາຍ​ການ​ຫຼາຍກວ່າ​ອີກ ເພື່ອ​ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີກວ່າ ຮັບ​ໃຊ້​ໃຫ້​ແກ່​ທ່ານ​ຜ​ູ້​ຟັງ, ຜູ້​ອ່ານ​ໃນ​ການ​ສຳ​​ຜັດ​ກັບ​ບັນ​ດາ​ຂໍ້​ມ​ູນ​ຂ່າວ​ໃນ​ແວັບ​ໄຊ ຢ່າງ​ວ່ອງໄວ, ຄົບ​ຖ້ວນ ແລະ ສະ​ດວກ​ສະ​ບາຍກວ່າ.
TAG
vovworld/vov/ສດ​ຖະ​ກິດ/ວັດ​ທະ​ນະ​ທຳ/ສັງ​ຄົມ/ການ​ທະ​ຫານ

More