VOV WorldVOV World
ບ້ານຊາວຄຼິດ ຕ້ອນຮັບວັນບຸນ ຄຼິດສະມາດ
17/12/2011 14:14
ຕາ​ແສງ ຮ​ົ່ງຢາງ ​ເມືອງ ​ດົງ​ຮືງ​ ​ແຂ​ວງ ທ໋າຍບີ່​ງ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ດ້ວຍ​ສີຫລາກ​ຫລາຍ ​ເພື່ອ​ກະກຽມ​ຕ້ອນຮັບ ວັນ​ບຸ​ນ ຄິຼດ​ສະມາດ
ບ້ານຊາວຄຼິດ ຕ້ອນຮັບວັນບຸນ ຄຼິດສະມາດ
      ລະ​ຫວ່າງ​ກາງເດືອ​ນ 12, ບັນດາ​​ເສັ້ນທາງ​ໃນ​​ຕາ​ແສງ ຮ​ົ່ງຢາງ ​ເມືອງ ​ດົງ​ຮືງ​ ​ແຂ​ວງ ທ໋າຍບີ່​ງ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ດ້ວຍ​ສີຫລາກ​ຫລາຍ ​ເພື່ອ​ກະກຽມ​ຕ້ອນຮັບ ວັນ​ບຸ​ນ ຄຼິດ​ສະມາດ. ອັນ​ໄດ້​ເຮັດ​ໃຫ້​​ໂສມ​ໜ້າຂອງ​ໝູ່ບ້ານ​ສະຫງົບ​ງຽບທີ່​​ເຕັມ​ໄປ​ດ້ວຍ​ສີຂຽວ​ຂອງ​ທົ່ງ​ນາ, ຕົ້ນ​ໄມ້ ​ມີ​ການ​ປ່ຽນ​ແປງປຽບ​ເໝືອນ​​ໄດ້​ນຸ່ງ​ເສື້ອ​ໃຫມ່​​ດ້ວຍ​ທຸກສີສັນ.         ກ່ອນ​ ວັນ​ບຸ​ນ ຄຼິດ​ສະມາດ ​ເດືອນ​ຫນຶ່ງ, ນ້ອງ​ມາຍ​ທິ​ແອ​ງ, ດ່ວານ​ທິຊີງ ພ້ອມ​ກັບ​ໝູ່​ເພື່ອ​ນຫລາຍ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຮືອນ​ຂອງ​ອາ​ຈານ ມາຍທິ​ແງ່​ ເພື່ອ​ຮຽນ​ຂັບ​ຮ້ອງ​. ​ເອື້ອຍ ມາຍທິ​ແງ່ ​​ໃຫ້​ຮູ້​ວ່າ: ຍ້ອນ​ບໍ່​ມີ​ເງື່ອນ​ໄຂ ສະ​ນັ້ນ​ໝູ່ຮ້ອງ​ເພງ​​ໂດຍ​ເອື້ອຍ​ຮັບຜິດຊອບ​ພຽງ​ແຕ່​ຮຽນ​ຜ່ານ​ແຜ່ນ CD ​ເ​ທ່ົານັ້ນ.         ບໍ່​ພຽງ​ແຕ່​ຮຽນ​ຂັບ​ຮ້ອງ​ເທົ່າ​ນັ້ນ, ບັນດາ​ເພື່ອນ​ຫນຸ່ມ​ຢູ່​ເຂດ​ຊາວ​ຄຼິດ ອານ​ເລີບ ຕາ​ແສງ ຮົ່ງຢາງ ຍັງ​ເຂົ້າ​ຮ່ວມ​ວຽກ​ງານ​ລວມຂອງ​ໂບດ​ອີກ​ດ້ວຍ. ນ້ອງ ມາຍ​ທິ​ແອ​ງ ​ເວົ້າວ່າ: