VOV WorldVOV World
ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ
19/05/2024 09:00
(VOVWORLD) - ຮ້ານຕັດຜົມ ມາຍລານ (Mai Lan Hair Salon) ຕັ້ງຢູ່ຖະໜົນ ລາກລອງກວນ, ຮ່າໂນ້ຍ ແມ່ນຮ້ານຕັດຜົມພິເສດ. ນີ້ບໍ່ພຽງແຕ່ແມ່ນບ່ອນທີ່ເຮັດບັນດາຊົງຜົມງາມໆໃຫ້ແກ່ທຸກຄົນເທົ່ານັ້ນ, ຫາກຍັງແມ່ນບ່ອນສອນອາຊີບເຮັດຜົມໂດຍບໍ່ເກັບຄ່າໃຫ້ແກ່ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກຫຼາຍຄົນຢູ່ບາງທ້ອງຖິ່ນອີກດ້ວຍ. ການກະທຳດັ່ງກ່າວຂອງເອື້ອຍ ເຈິ່ນທິລານ, ເຈົ້າຂອງຮ້ານຕັດຜົມນັ້ນ ໄດ້ເລີ່ມດຳເນີນແຕ່ປີ 2021 ມາຮອດປັດຈຸບັນ, ດ້ວຍຄວາມປາດຖະໜາ ນຳມາເຊິ່ງການປ່ຽນແປງກ່ຽວກັບຄວາມຮັບຮູ້, ກໍຄືຊ່ວຍໃຫ້ບັນດາເພື່ອນໜຸ່ມຢູ່ເຂດພູສູງ ມີວຽກເຮັດງານທຳທີ່ເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຕົນເອງ ແລະ ຊ່ວຍເຫຼືອດ້ານເສດຖະກິດໃຫ້ແກ່ຄອບຄົວ.
ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ
ເອື້ອຍ ເຈິ່ນທິລານ ເຈົ້າຂອງຮ້ານ ພ້ອມດ້ວຍນັກຊ່ຽວຊານກ່ຽວກັບຜົມກຳລັງສອນວິທີເຮັດຜົມໃຫ້ສຳມະນາກອນທີ່ເປັນຊາວໜຸ່ມເຂດພູສູງ (ພາບ: VOV) ນ້ອງ ທ່າວທິຢີ, ຢູ່ເມືອງ ນ້ຳໂປ, ແຂວງ ດ້ຽນບຽນ, ແມ່ນໜຶ່ງໃນບັນດາສຳມະນາກອນທີ່ພວມຮຽນວິຊາຊີບເຮັດຜົມຢູ່ຮ້ານຕັດຜົມ ມາຍລານ. ຄອບຄົວຂອງ ຢີ ປະສົບກັບຄວາມຫຍຸ້ງຍາກ ບໍ່ສາມາດມີເງິນໃຫ້ ຢີ ຮຽນຕໍ່, ສະນັ້ນ ຢີ ໄດ້ພັກຮຽນເພື່ອເຮັດໄຮ່ເຮັດນາ. ຊີວິດຂອງ ຢີ ກໍຈະບໍ່ຕ່າງຫຍັງກັບໝູ່ເພື່ອນຫຼາຍຄົນຢູ່ໃນບ້ານ ຖ້າຫາກວ່າບໍ່ຮູ້ຈັກເຖິງ ຮ້ານເຮັດຜົມ ມາຍລານ. ນາງ ທ່າວທິຢີ ແບ່ງປັນວ່າ: “ ເມື່ອເຫັນໝູ່ເພື່ອນຂອງຂ້າພະເຈົ້າເອົາລູກເອົາຜົວໄວ, ແລ້ວລູກຫຼານກໍປະສົບກັບຄວາມຫຍຸ້ງຍາກໄປຕາມ, ດັ່ງນັ້ນ, ຂ້າພະເຈົ້າຢາກມີຊີວິດທີ່ດີກວ່າ. ເມື່ອ ໄປ ເຮັດຜົມຢູ່ ຮ່າໂນ້ຍ, ເອື້ອຍ ລານ ໄດ້ກະກຽມທຸກຢ່າງໃຫ້ຂ້າພະເຈົ້າ. ເອື້ອຍ ລານ ໄດ້ຊ່ວຍເຫຼືອຂ້າພະເຈົ້າຫຼາຍຢ່າງ, ສ້າງວຽກເຮັດງານທຳໃຫ້ຂ້າພະເຈົ້າ ແລະ ຊ່ວຍເຫຼືອຂ້າພະເຈົ້າທັງການກິນການຢູ່ອີກດ້ວຍ”. ບໍ່ພຽງແຕ່ ທ່າວທິຢີ ເທົ່ານັ້ນ, ເພື່ອນໜຸ່ມ 8 ຄົນທີ່ເປັນຊົນເຜົ່າສ່ວນໜ້ອຍອື່ນ ເມື່ອມາຮຽນນຳຮ້ານເຮັດຜົມ ມາຍລານ ກໍລ້ວນແຕ່ໄດ້ຮຽນວິຊາຊີບ, ມີບ່ອນຢູ່ໂດຍບໍ່ຕ້ອງເສຍຄ່າ ກໍຄືໄດ້ຮັບການຊ່ວຍເຫຼືອຄ່າກິນສ່ວນໜຶ່ງອີກດ້ວຍ. ສຳລັບເຂົາເຈົ້າແລ້ວ, ຮ້ານຕັດຜົມ ມາຍລານ ຄືດັ່ງເຮືອນຫຼັງທີ 2 ແລະ ເອື້ອຍ ມາຍລານ ຄືດັ່ງແມ່ຜູ້ທີ 2 ໃນເຮືອນຫຼັງນັ້ນ, ນີ້ແມ່ນບ່ອນທີ່ນຳມາເຊິ່ງຊີວິດໃໝ່ດ້ວຍອະນາຄົດທີ່ສົດໃສກວ່າໃຫ້ແກ່ເຂົາເຈົ້າ. ຮຽນຈົບມັດທະຍົມຕອນຕົ້ນແລ້ວ, ຂ້າພະເຈົ້າກໍ ອອກໂຮງ ຮຽນ. ຖ້າວ່າບໍ່ໄດ້ມາຮຽນວິຊາຊີບໂດຍບໍ່ເສຍຄ່າຢູ່ນີ້, ດຽວນີ້ ຂ້າພະເຈົ້າກໍກຳລັງເຮັດໄຮ່ເຮັດສວນຢູ່ບ້ານແລ້ວ” . ຖ້າບໍ່ໄປຮຽນວິຊາຊີບ, ດຽວນີ້ໜ້າຈະໄປຮັບຈ້າງ ຫຼື ເອົາເມຍແລ້ວ”.
TAG
VOV/VOVworld/ມາຍ​ລານ/ຊາວ​ໜຸ່ມ​ເຂດ​ພູ​ສູງ/ຕັດ​ຜົ​ມ