Happy Vietnam ເລົ່າເລື່ອງກ່ຽວກັບປະເທດ ຫວຽດນາມ ແຫ່ງຄວາມຜາສຸກດ້ວຍຮູບພາບ
14/12/2024 04:00
(VOVWORLD) - “ຫວຽດນາມ ຜາສຸກ - Happy Vietnam”, ແມ່ນການປະກວດພາບຖ່າຍ ແລະ ຄຼິບວິດີໂອກ່ຽວກັບຫົວຂໍ້ ສິດທິມະນຸດຢູ່ ຫວຽດນາມ ໃນແຟຼດຟອມດີຈີຕອນ. ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບ ສະມາຄົມນັກສິລະປິນ, ນັກຖ່າຍຮູບ ຫວຽດນາມ ຈັດຂຶ້ນເປັນເທື່ອທີ 2. ການປະກວດໄດ້ຮັບຄວາມສົນໃຈຈາກມະຫາຊົນ ແລະ ດຶງດູດຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ກໍຄືຊາວຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ. ຜ່ານແຕ່ລະຜົນງານ, ຜູ້ຊົມສາມາດຮູ້ສຶກໄດ້ເຖິງປະເທດ ຫວຽດນາມ ທີ່ສະຫງົບງຽບ, ສວຍງາມ, ປະຊາຊົນ ຫວຽດນາມ ທີ່ເປັນມິດສະໜິດສະໜົມ, ໃຈດີ ແລະ ເຂົາເຈົ້າພວມມີຊີວິດທີ່ຜາສຸກ.
ພາຍຖ່າຍທີ່ໄດ້ຄວ້າໄດ້ຫຼຽນຄຳ (ພາບ: ຄະນະຈັດຕັ້ງ)
TAG
VOV/VOVworld/Happy Vietnam/ຫວຽດນາມ/ຜາສຸກ/ຮູບພາບ
Related








