ຄູ “ປູ່” ຫງວຽນຊວັນຄາງແລະໂຄງການລ້ຽງເດັກແລະນັກຮຽນບ້ານໜູພາຍຫຼັງນ້ຳແກ່ງຖ້ວມ
05/10/2024 09:07
(VOVWORLD) - ນ້ຳແກ່ງຖ້ວມ ແລະດິນເຊາະເຈື່ອນໃນຕອນເຊົ້າວັນທີ10 ກັນຍາໄດ້ທັບຖົມໝົດບ້ານໜູ, ຕາແສງຝຸກແຄງ, ເມືອງບາວອຽນ, ແຂວງລາວກາຍ, ເຮັດໃຫ້ 33ຄອບຄົວຖືກດິນທັບຖົມ, ມີຜູ້ເສຍຊີວິດ57 ຄົນແລະຜູ້ຫາຍສາບສູນ 10 ຄົນ. ມີເດັກຫຼາຍຄົນຢູ່ໝູ່ບ້ານກາຍເປັນເດັກກຳພ້າ, ບໍ່ມີບ່ອນພັກອາໄສ, ຕົກເຂົ້າສູ່ສະພາບການປະສົບກັບຄວາມຫຍຸ້ງຍາກ. ພວກນ້ອງໆໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກອຳນາດການປົກຄອງກໍ່ຄືບັນດາຫົວໜ່ວຍ, ສ່ວນບຸກຄົນໃຈບຸນໃຈກຸສົນໃນນັ້ນມີຄູ ຫງວຽນຊວັນຄາງ, ປະທານສະພາທັງເປັນຜູ້ອຳນວຍການໂຮງຮຽນMarie Curie (ຮ່າໂນ້ຍ), ເຊິ່ງແມ່ນຜູ້ທີ່ນັກຮຽນຫຼາຍລຸ້ນຄົນເອີ້ນວ່າ “ປູ່”. ອາຈານປູ່ມີອາຍຸ 75ປີນີ້ໄດ້ຕັດສິນໃຈວ່າໂຮງຮຽນMarie Curie ຈະຮັບລ້ຽງເດັກທີ່ມີອາຍຸ 15 ປີຂຶ້ນໄປຢູ່ບ້ານໜູຈົນຮອດເວລານ້ອງໆມີອາຍຸ 18 ປີ.

ຄູ “ປູ່” ຫງວຽນຊວັນຄາງ ປະ
TAG
VOV/VOVworld/ໄພທຳມະຊາດ/ໝູ່ບ້ານໜູ
Related








