VOV WorldVOV World
ວິ​ສາ​ຫະ​ກິດ startup ຢູ່ ດັກ​ລັກ ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ
27/10/2024 07:00
(VOVWORLD) - ການຫັນເປັນດີຈີຕອນພວມກາຍເປັນທ່າອ່ຽງລວມຂອງຫຼາຍວິສາຫະກິດໃນທົ່ວປະເທດ. ບໍ່ຢູ່ນອກເໜືອທ່າອ່ຽງນັ້ນ, ໃນໄລຍະຜ່ານມາ, ບັນດາວິສາຫະກິດ startup ຢູ່ແຂວງ ດັກລັກ ໄດ້ເປັນເຈົ້າການສຳຜັດ, ຍົກສູງກຳລັງຄວາມສາມາດໃນການໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີທີ່ທັນສະໄໝໃນວິວັດທະນາການຜະລິດ, ດຳເນີນທຸລະກິດ, ການຄຸ້ມຄອງ, ຕິດຕາມກວດກາທີ່ມາຂອງລະບົບສະໜອງຜະລິດຕະພັນ, ເຊື່ອມຕໍ່ການຄ້າເອເລັກໂຕນິກ, ໂຄສະນາຈຳໜ່າຍຜະລິດຕະພັນກະເສດໃນບັນດາພື້ນຖານດີຈີຕອນ. ດັ່ງນັ້ນ, ຫຼາຍວິສາຫະກິດໄດ້ຄ່ອຍໆມີແຫຼ່ງລູກຄ້າເປັນປົກກະຕິ ແລະ ກວ້າງຂວາງ.
ວິ​ສາ​ຫະ​ກິດ startup ຢູ່ ດັກ​ລັກ ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ
ບໍລິສັດຜະລິດການຄ້າ ຮວາມັດເຈີ່ຍ ຟາມ ຈຳກັດ ຢູ່ຕາແສງ Ea Ning, ເມືອງ Cư Kuin ແມ່ນບໍລິສັດລ້ຽງ, ຜະລິດ ແລະ ດຳເນີນທຸລະກິດບັນດາຜະລິດຕະພັນຈາກແມງຈີ່ຫຼີດ, ເຊິ່ງເປັນ 1 ໃນບັນດາວິສາຫະກິດ startup ທີ່ປະສົບຜົນສຳເລັດໃນບໍລິເວນແຂວງ ດັກລັກ. ເຖິງວ່າມີໜ້າໃນຕະຫຼາດຍັງບໍ່ຮອດ 5 ປີ ກໍຕາມ, ແຕ່ບໍລິສັດດັ່ງກ່າວ ມີລະບົບສາຂາຈຳໜ່າຍຢູ່ຫຼາຍນະຄອນ ແລະ ຈຳໜ່າຍແຫຼ່ງສິນຄ້າໄດ້ເປັນປົກກະຕິໃນແຟຼດຟອມການຄ້າເອເລັກໂຕນິກ (e-commerce platform). ທ່ານ ດັ້ງດິ່ງລວນ, ຜູ້ອຳນວຍການບໍລິສັດ, ໃຫ້ຮູ້ວ່າ: ພ້ອມກັບຜະລິດຕະພັນໃໝ່, ການໝູນໃຊ້ເຕັກໂນໂລຢີໃນບັນດາການເຄື່ອນໄຫວຜະລິດຍູ້ແຮງການແນະນຳ, ໂຄສະນາຜະລິດຕະພັນໃນສື່ສັງຄົມອອນໄລ ແລະ ແຟຼດຟອມການຄ້າເອເລັກໂຕນິກ ໄດ້ຊ່ວຍໃຫ້ວິສາຫະກິດຂອງເພິ່ນສຳຜັດກັບຕະຫຼາດໄດ້ໄວ ແລະ ມີປະສິດທິຜົນກວ່າ. ປັດຈຸບັນ, ເຕັກໂນໂລຢີດີຈີຕອນ ໄດ້ຊ່ວຍໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ບຸກຄົນລົງທຶນ startup ດ້ວຍແຫຼ່ງທຶນໜ້ອຍ ສາມາດເຂົ້າເຖິງຜູ້ບໍລິໂພກໄດ້ງ່າຍກວ່າ, ໄວກວ່າ. ເພາະວ່າ ປັດຈຸບັນ ການໂຄສະນາໃນສື່ສັງຄົມອອນໄລແມ່ນໄດ້ປະຕິບັດຢ່າງກວ້າງຂວາງ, ລູກຄ້າກໍມີຫຼາຍເກນອາຍຸ, ຄວາມມັກ ຄວາມນິຍົມ ທີ່ແຕກຕ່າງກັນ”.
TAG
VOV/VOVworld/ດັກ​ລັກ/startup/ດີ​ຈີ​ຕອນ