ວິທະຍຸກະຈາຍສຽງຫວຽດນາມຮ່ວມເດີນທາງພ້ອມກັບມະຫາຊົນໃນໄພນ້ຳຖ້ວມ
21/09/2024 06:00
(VOVWORLD) - Yagi ພາຍຸລູກມີຄວາມແຮງທີ່ສຸດໃນຮອບເວລາ 30 ປີຜ່ານມາໃນທະເລຕາເວັນອອກ, ຜົນຮ້າຍຕາມມາຂອງພາຍຸໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງນັບທັງຊີວິດອິນຊີແລະຊັບສິນຢູ່ 26 ແຂວງ, ນະຄອນທາງພາກເໜືອຫວຽດນາມ. ພາຍຫຼັງທີ່ພາຍຸລູກດັ່ງກ່າວພັດຖະຫຼົ່ມນັ້ນ, ມີນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ຫຼາຍຄົນບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ເຂົ້າໄປເຂດໃຈກາງຂອງພາຍຸ, ນ້ຳຖ້ວມເພື່ອເອົາຂ່າວ. ຍ້ອນເຫດນັ້ນ, VOV ຈຶ່ງອັບເດດຂໍ້ມູນຂ່າວອັນແທ້ຈິງ ແລະທັນເວລາທີ່ສຸດມາສະໜອງໃຫ້ຜູ້ຟັງ, ຜູ້ອ່ານໃນທົ່ວປະເທດໄດ້.

ພາຍຫຼັງທີ່ໄດ້ຮັບຂ່າວວ່າ ພາຍຸ Yagi ໃກ້ຈະພັດຖະຫຼົ່ມ, ການນຳຂອງ VOV ໄດ້ຈັດກອງປະຊຸມດ່ວນແລະຕົກລົງລະດົມບັນດາພາຫະນະແລະເຕັກນິກດີທີ່ສຸດ, ສົ່ງນັກຂ່າວທີ່ເກັ່ງທີ່ສຸດໄປໜູນຊ່ວຍ 2 ຫ້ອງການຜູ້ຕາງໜ້າ VOV ປະຈຳເຂດຕາເວັນອອກສ່ຽງເໜືອແລະຕາເວັນຕົກສ່ຽງເໜືອເຊິ່ງເປັນບ່ອນທີ່ພາຍຸດັ່ງກ່າວຈະສົ່ງຜົນກະທົບໂດຍກົງເພື່ອເກັບຂ່າວໃນສະພາບໄພທຳມະຊາດທີ່ເກີດຂຶ້ນຢ່າງຮ້າຍແຮງ. ໃນສະພາບອາກາດທີ່
TAG
VOV/VOVworld/ວິທະຍຸກະຈາຍສຽງ ຫວຽດນາມ/ພາຍຸ/ນ້ຳຖ້ວມ/ເກັບຂ່າວ
Related








