VOV WorldVOV World
ອ້າຍ Nhek Serey Ratana - ຜູ້​ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ປະ​ຕິ​ມາ​ກຳ​ໜັງ​ຂະ​ແມ​ພື້ນ​ເມືອງ​ແລະ​ຊ່ວຍ​ເຫຼືອ​ເດັກ​ກຳ​ພ້າ
01/09/2024 13:07
(VOVWORLD) - ສິລະປະປະຕິມາກຳໜັງ ແມ່ນສ່ວນໜຶ່ງມໍລະດົກວັດທະນະທຳພື້ນເມືອງຂອງ ກຳປູເຈຍ ທີ່ມີມາແຕ່ດົນນານ, ຊ້ຳບໍ່ໜຳ ຍັງມີກ່ອນປີກໍ່ສ້າງວັດ ອັງກໍ ແລະ ໄດ້ສືບທອດກັນມາຈົນເຖິງປັດຈຸບັນ. ບັນດາຜົນງານປະຕິມາກຳໜັງ ມີຄຸນຄ່າສິລະປະທີ່ເປັນເອກະລັກ, ດ້ວຍບັນດາຮູບພາບທີ່ມີຊີວິດຊີວາໃນເລື່ອງລາວພື້ນເມືອງ ແລະ ໃກ້ຊິດກັບພື້ນຖານວັດທະນະທຳຂະແມ. ໄປຄຽງຄູ່ກັນນັ້ນ, ອາຊີບປະຕິມາກຳໜັງ ຍັງຕິດພັນກັບປະເພດສິລະປະຟ້ອນຕຸກກະຕາເງົາ Sbek Thom, ເຊິ່ງອົງການ UNESCO ໄດ້ຮັບຮອງວ່າ ເປັນມໍລະດົກວັດທະນະທຳນາມມະທຳທຳອິດຢູ່ອິນດູຈີນ.
ອ້າຍ Nhek Serey Ratana - ຜູ້​ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ປະ​ຕິ​ມາ​ກຳ​ໜັງ​ຂະ​ແມ​ພື້ນ​ເມືອງ​ແລະ​ຊ່ວຍ​ເຫຼືອ​ເດັກ​ກຳ​ພ້າ
ໃນຮ້ານຂາຍເຄື່ອງທີ່ລະນຶກນ້ອຍໆ ທີ່ມີຊື່ວ່າ Little Angel ຕັ້ງຢູ່ທາງໜ້າວິຫານ Ovulok, ຢູ່ຕາແສງ Bakong, ເມືອງ Prasat Bakong ມີບັນດາຜົນງານປະຕິມາກຳທີ່ໄດ້ເຮັດຈາກໜັງງົວ ເພື່ອແນໃສ່ຮັບໃຊ້ແຂກທ່ອງທ່ຽວ. ແຕ່ລະມື້, ຢູ່ສະຖານທີ່ແຫ່ງນີ້ ສຽງຄ້ອນຕີໃສ່ໂລຫະ ຈາກເດັກໆຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ເດັກກຳພ້າຫຼາຍຄົນ ໄດ້ມາຮຽນເຮັດອາຊີບປະຕິມາກຳໜັງ. ສຽງເຫຼົ່ານັ້ນ ໄດ້ດຶງດູດແຂກທ່ອງທ່ຽວທີ່ມາຢາມວັດວາອາຮາມແຫ່ງຕ່າງໆຢູ່ອ້ອມຂ້າງມາເບິ່ງ ແລະ ຊື້ເມືອເປັນທີ່ລະນຶກ. ເຈົ້າຂອງຮ້ານ ແມ່ນອ້າຍ Nhek Serey Tatana, ແມ່ນຊ່າງຫັດຖະກຳທີ່ຕິດພັນກັບອາຊີບນີ້ມາໄດ້ເກືອບ 30 ປີ ແລ້ວ. ອ້າຍໄດ້ແບ່ງປັນວ່າ, ເພື່ອເຮັດໄດ້ຜົນງານໜຶ່ງອອກມາ ຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອິດລະອ້ຽວ, ນັບແຕ່ຄອດເລືອກໜັງຕະຫຼອດຮອດຄອດທຳຄວາມສະອາດ, ເກັບຮັກສາ, ແຕ້ມພາບ ແລະ ແກ້ສະຫຼັກ. “ ໜັງ ທີ່ ນຳ ໃຊ້ ເພື່ ອ ແກ້ ສະຫຼັກ ນັ້ນ ຕ້ອງ ເປັນ ໜັງ ງົວໂຕ ຜູ້ ທີ່ ຍັງ ອ່ອນ ແລະ ຕາຍ ຍ້ອນ ສາ ເຫດ ພາ ວິ ວິ ໄສ ຈາກ ບໍ່ ແມ່ນ ການ ຂ້າ ເພື່ອ ເອົາ ຊີ້ນ . ຢາ ກັນ ບູດ ກໍ ຕ້ອງ ເປັນ ຢາ ທຳ ມະ ຊາດ ທີ່ ໄດ້ ເຮັດ ຈາກ ເປືອກ ຕົ້ນ ໄມ້ . ເປືອກ ຕົ້ນ ໄມ້ ແຊ່ ນ້ຳ ແລ້ວ ເອົາ ໄປ ຕົ້າ ເປັນ ຢາ , ຫຼັງ ຈາກ ນັ້ນ ຈຶ່ງ ທ່າ ໃສ່ ໜັງ ເພື່ອ ເກັບ ຮັກ ສາ . ກ່ອນ ໜ້າ ນັ້ນ , ໜັງ ຕ້ອງ ໄດ້ ທຳ ຄວາມ ສະ ອາດ , ດັບ ກິ່ນ ເໝັນ ແລ້ວ ເອົາ ໄປ ຕາກ ແດດ ພາຍ ໃນ 3 ເດືອນ ກ່ອນ ຈະ ທ່າ ຢາ ຂຶ້ນ ”.
TAG
VOV/VOVworld/ຊ່ວຍເຫຼືອເດັກກຳພ້າ/