VOV WorldVOV World
ອາຊຽນ - 2 ປີແຫ່ງການສ້າງຕັ້ງປະຊາຄົມ
03/02/2018 17:00
(VOVWORLD) -ພາຍຫລັງ 2 ປີໄດ້ຮັບການສ້າງຕັ້ງຂຶ້ນ, ປະຊາຄົມ ລວມອາຊຽນ ໄດ້ພັດທະນາເທື່ອລະກ້າວ ແລະ ບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນ 3 ເສົາຄ້ຳ: ຄວາມໝັ້ນຄົງການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ. ໃນລາຍການຊາຍຄາອາຊຽນພາກນີ້ ພວກເຮົາຂໍທົບທວນຄືນບາງໝາກຜົນຂອງປະຊາຄົມລວມ ອາຊຽນທີ່ບັນລຸໄດ້ໃນ 2 ປີຜ່ານມາ.
ອາຊຽນ - 2 ປີແຫ່ງການສ້າງຕັ້ງປະຊາຄົມ
ອາດຈະເວົ້າໄດ້ວ່າ ພາຍຫລັງ 2 ປີແຫ່ງການສ້າງຕັ້ງ, ປະຊາຄົມ ອາຊຽນ ບັນລຸໄດ້ຫລາຍຜົນງານສຳຄັນໃນ 3 ເສົາຄ້ຳ: ຄວາມໝັ້ນຄົງການເມືອງ , ເສດຖະກິດ ແລະ ວັດທະນະທຳ ສັງຄົມ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕຮກະຊວງການຕ່າງປະເທດ, ຫົວຫນ້າ SOM ASEAN ຫວຽດນາມ. ລະອຽດຄື: ກ່ຽວກັບການຮ່ວມມືດ້ານການເມືອງ ຄວາມໝັ້ນຄົງ: ດ້ວຍເປົ້າໝາຍແຫ່ງການສ້າງປະຊາຄົມໂດຍອີງໃສ່ກົດໝາຍແມ່ນມຸ້ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ, ບັນດາການເຄື່ອນໄຫວໃນແຜນການສັງລວມປີ 2025 ໄດ້ຮັບການຜັນຂະຫຍາຍຢ່າງສະຫມ່ຳສະເຫມີ ແລະ ມີປະສິດທິຜົນສົມຄວນ, ເພີ່ມລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ເພີ່ມທະວີບັນດາການພົວພັນການຕ່າງປະເທດກໍ່ຄືເພີ່ມທະວີກຳລັງຄວາມສາມາດກ່ຽວກັບລະບອບນະໂຍບາຍຂອງອາຊຽນ.         “ບັນດາກົນໄກໂດຍ ອາຊຽນ ສ້າງຕັ້ງ, ຊັກຈູງ  ຄື: ຂໍ້ລິເລີ່ມຮ່ວມມືຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ ອາຊຽນ ເປີດກວ້າງ (ADMM+) .. ໄດ້ຮັບການເປີດກວ້າງນັບທັງຂອບຂະຫນາດ ແລະ ເນື້ອໃນສ້າງຕັ້ງ ສະນັ້ນ ຄວາມຊີນເຄີຍການເຈລະຈາ, ການຮ່ວມມື, ມຸ່ງໄປເຖິງການສ້າງໂຄງສ້າງພາກພື້ນແບບຍືນຍົງ, ໂປ່ງໃສ ແລະ ມີໄຫວພິບ, ເສີມຂະຫຍາຍໄດ້ບົດບາດໃຈກາງຂອງ ອາຊຽນ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກ ຫລາຍ ຢ່າງ ແຕ່ ອາຊຽນ ຍັງຄົງຮັກສາໄດ້ຄວາມສາມັກຄີ ແລະ ຫລັກໝັ້ນລວມກ່ຽວກັບຫລາຍບັນຫາຂອງພາກພື້ນ ແລະ ສາກົນຄື: ສະພາບການຢູ່ທະເລຕາເວັນອອກ, ສະພາບການໃນແຫລມເກົາຫລີ, ສະພາບການການເມືອງພາຍໃນ ມຽນມາ. ການປຶກສາຫາລືກ່ຽວກັບ ທະເລຕາເວັນອອກໄດ້ຮັບການຮັກສາ ແລະ ສະແດງໃຫ້ເຫັນໃນເອກະສານຂອງອາຊຽນ ເປັນສ່ວນຫລາຍ, ພິເສດ ແມ່ນໃນປີ 2017, ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງແມ່ COC ເພື່ອເລີ່ມຕົ້ນໄລຍະໃຫມ່ກ້າວເຂົ້າສູ່ການເຈລະຈາແທດຈິງ ກ່ຽວກັບເອກະສານນີ້ໃນປີ 2018.”         ເລື່ອງຮັບຮອງເອົາຂໍ້ຕົກລົງແມ່ໃຫ້ແກ່ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄດ້ຮັບການຕີລາຄາວ່າແມ່ນພື້ນຖານດ້ານກົດໝາຍໃຫ້ແກ່ບັນດາບາດກ້າວເຈລະຈາຕໍ່ໄປລະຫວ່າງທຸກຝ່າຍກ່ຽວກັບບັນດາເນື້ອໃນລະອຽດໃນ COC, ຂໍ້ກຳນົດກ່ຽວກັບວິທີປະພຶດຂອງບັນດາປະເທດບົນທະເລຕາເວັນອອກ ແລະ ບັນດາເຂດທະເລຂັດແຍ້ງກັນ.         ໃນຂົງເຂດເສດຖະກິດ, ການຮ່ວມມືຂອງອາຊຽນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກວ້າງຂວາງ, ນຳໃຊ້ຫລາຍມາດຕະການການຄ້າເສລີ. ອາຊຽນ ສືບຕໍ່ເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຄູ່ຮ່ວມມືຜ່ານການດັດປັບ, ຍົກລະດັບບັນດາສັນຍາການຄ້າເສລີ  FTA ທີ່ໄດ້ມີຢູ່ແລ້ວ ແລະ ລົງນາມໃນບັນດາສັນຍາ FTA ໃຫມ່ຄື: ກັບຮົ່ງກົງ, ເຈລະຈາ FTA ກັບສະຫະພາບເອີລົບ (EU) ແລະ ພິຈາລະນາເຈລະຈາກັບບັນດາຄູ່ຮ່ວມມືອື່ນ. ຄວາມຈິງ ໃນ 2 ປີຜ່ານມາ, ກະແສການລົງທຶນ ຈາກ 6 ປະເທດຄູ່ຮ່ວມມືມີພື້ນຖານເສດຖະກິດທີ່ຄວາມສາມາດບົ່ມຊ້ອນ ແລະ ພັດທະນາ ນັ້ນແມ່ນ ສເກົາຫລີ, ຈີນ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ແລະ ນິວເຊີແລນ ໄດ້ເພີ່ມຂຶ້ນ 11%, ບັນລຸກວ່າ 40 ຕື້ USD. ເສດຖະກິດບັນດາປະເທດ ອາຊຽນ ສືບຕໍ່ເຕີບໂຕເປັນປົກກະຕິ ດ້ວຍລະດັບເພີ່ມຂຶ້ນສະເລ່ຍແມ່ນ 4,8%/ປີ. ເປັນຫນ້າສົນໃຈໃນຂົງເຂດພາສີ, ບັນດາປະເທດ ອາຊຽນ ໄດ້ວາງຄາດໝາຍລົບລ້າງຮົ້ວພາສີ ແລະ ປອດພາສີລະຫວ່າງບັນດາປະເທດສະມາຊິກລົງຢູ່ໃນລະດັບ 0%-5% ຜ່ານເຂດການຄ້າເສລີ ອາຊຽນ (AFTA) ແລະ ສັນຍາການຄ້າສິນຄ້າ ອາຊຽນ (ATIGA). ທ່ານມະນົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ ປະຈຳຫວຽດນາມ ໃຫ້ຮູ້ວ່າ:
TAG
VOV/VOVworld/ການບຸລິມະສິດ