VOV WorldVOV World
ໄວຫນຸ່ມນະຄອນຫລວງຮ່າໂນ້ຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ
31/07/2015 08:00
(vovworld)- ດ້ວຍ​ຫົວ​ຂໍ້​ວ່າ “ໄວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ”, ຊາວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ 40 ຄົນ ໄດ້​ທຳ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ໃນ​ເວ​ລາ 4 ​ວັນ
ໄວຫນຸ່ມນະຄອນຫລວງຮ່າໂນ້ຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ
(vovworld)- ດ້ວຍ​ຫົວ​ຂໍ້​ວ່າ “ໄວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ”, ຊາວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ 40 ຄົນ ໄດ້​ທຳ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ໃນ​ເວ​ລາ 4 ​ວັນ​ (14-21/7/2015) ຢູ່​ເມືອງ ໄຊ​ທານີ ນະ​ຄອນ​ຫລວງ ວຽງ​ຈັນ. ນີ້​ແມ່ນ​ລາຍ​ການ​ອາ​ສາ​ສະ​ໝັກ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ​ ຮ່າ​ໂນ້ຍ ຢູ່ ສ​ປ​ປ ລາວ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 53 ປີ ແຫ່ງວັນ​ສ້າງ​​ຕັ້ງການ​ພ​ົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ (5/9/1962-5/9/2015) ແລະ 38 ປີ​ແຫ່ງວັນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ (18/7/1977-18/7/2015). ທ່ານ ຫງວຽ​ນ​ແຄງ​ບີງ, ຮອງ​ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ ຮ່າ​ໂນ້ຍ ມອບ​ຂອງ​ຂວັນ​ໃຫ້​ພວກ​ນ້ອງ​ຢູ່​ໂຮງ​ຮຽນ​ປະ​ຖົມ​ທອງ​ມັງ ພາບ:TTXVN        ເຂົ້າ​ຮ່ວມ​ລາຍ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ຢູ່​ເມືອງ ໄຊ​ທາ​ນີ ຄັ້ງ​ນີ້ ລວມ​ມີ​ບັນ​ດາ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ, ບັນ​ດາ​ທ່ານ​ໝໍ​ຫນຸ່ມ​ຂຶ້ນ​ກັບ​ສະ​ມາ​ຄົມ​​ແພດໝໍ​ຫນຸ່ມ ຮ່າ​ໂນ້ຍ, ສະ​ມາ​ຊິກ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ, ຜູ​້​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ລ້ຽງ, ປູກ​ຝັງ, ນັກ​ສຶກ​ສາ​ດີ​ເດັ່ນ​ຂອງ​ນະ​ຄອນ. ຢູ່​ເມືອງ ໄຊ​ທາ​ນີ, ຄະ​ນະຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ບັນ​ດາ​​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ດ້ວຍຍອດ​ລາຍ​ຈ່າຍ​ຂຶ້ນ​ເຖິງກວ່າ 1 ຕື້ ດົງ​ຄື: ກວດ​, ປິ່ນ​ປົວ​ພະ​ຍາດ, ແຈກ​ຢ່າຍ​ຢຸກ​ຢາ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ 1000 ຄົນ ຢູ່​ເມືອງ ໄຊ​ທາ​ນີ, ມອບ​ຂອງ​ຂວັນ 10 ພູດ​ໃຫ້​ພວກ​ນ້ອງ​ເຍົາ​ວະ​ຊົນ​ຢູ່​ໂຮງ​ຮຽນ​ປະ​ຖົ​ມ ທອງ​ມັງ, ມອບ​ກິດ​ຈະ​ກຳ​ຊາວ​ຫນຸ່ມ​ລວມ​ມູນ​ຄ່າ 11 ລ້ານ​ກີບ ໃຫ້​ໂຮງ​ຮຽນ​ປະ​ຖົມ​ທອງ​ມັງ, ເຂົ້າ​ຮ່ວມ​ການ​ບູ​ລະ​ນະ​ສ້ອມ​ແປງ, ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າ, ປະ​ກອບໂຕະ​ຕັ່ງ, ເຄື່ອງ​ລະ​ຫລິ້ນ ແລະ ອຸ​ປະ​ກອນ​ຮັບ​ໃຊ້​ການ​ສິດ​ສອນ ແລະ ຮ່ຳ​ຮຽນ​ໃຫ້​ໂຮງ​ຮຽນ​ແຫ່ງ​ຫນຶ່ງ​ໃນ​ບໍ​ລິ​ເວນ​ເມືອງ, ຖ່າຍ​ທອດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກ່ຽວ​ກັບ​ການ​ປູກ​ຝັງ​, ລ້ຽງ​ສັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ, ສອນ​ວິ​ທີ​ຟ້ອນ​ລ​ວມ​ໝູ່​ໃຫ້​ເຍົາ​ວະ​ຊົນ, ຝືກ​ຊ້ອມ​ກ່ຽວ​ກັບ​ທັກ​ສະ​ກັນ​ການ​ຕາຍ​ດຶກນ້ຳແລະ ຖືກ​ບາດ​ເຈັບ​ຈາກອຸ​ປະ​ຕິ​ເຫດໃຫ້​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ວຽກ​ງານ​ເຍົາ​ວະ​ຊົນ. ທ່ານ​ໝໍ​ຫນຸ່ມ​ຮ່າ​ໂນ້ຍກວດ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ລາວ ພາບ:vov         ​ການເຄື່ອນ​ໄຫວ ມື້​ທຳ​ອິດ ​ຂອງ​ຄະ​ນະ​​ໄດ້ມີ​ປະ​ຊາ​ຊົນ​ນັບຮ້ອຍ​ເທື່ອ​ຄົ​ນ ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ຜູ້​ອາ​ຍຸ​ສູງ ແລະ ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ ໄຊ​ທາ​ນີ ໄດ້​ຮັບ​ການ​ປິ່ນ​ປົວ ແລະ ສະ​ຫນອງ​ຢຸກ​ຢາໂດຍບໍ່​ເສຍ​ຄ່າ. ປະ​ຊາ​ຊົນ​ຢູ່​ທີ່ນີ້ ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນແລະ ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ຮັບ​ກ​ານກວດ​ພະ​ຍາດ ແລະ ແນະ​ນຳ​ວິ​ທີ​ປ້ອ​ງ​ກັນ​ພະ​ຍາດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ທ່ານ​ໝໍ​ຫນຸ່ມ​ຫວຽດ​ນາມ. ນາງ ສົມ​ພອນ ທັນ​ນະ​ຄອນ ແລະ ເພື່ອນເລ​ຊັກ​ກະ​ທຳ ຢູ່ ​ບ້ານທອງ​ມັງ ເມືອງ ໄຊ​ທາ​ນີ ເວົ້າ​ວ່າ:      

More