VOV WorldVOV World
ບັນຫາຄຸ້ມຄອງສື່ສັງຄົມ​ອອນ​ລາຍຢູ່ໄທ
03/06/2017 10:00
(VOVWORLD) -ຕາມການສຳຫລວດຫລ້າສຸດໃນປີ 2016, ໄທ ມີພົນລະເມືອງເກືອບ 70 ລ້ານຄົນ, ໃນນັ້ນມີ 56% ແມ່ນນຳໃຊ້ ສື່ສັງຄົມອອນລາຍ. ສະນັ້ນ ບໍ່ອາດປະຕິເສດບົດບາດຂອງສື່ສັງຄົມອອນລາຍສຳລັບປະຊາຊົນໄທ. ສະນັ້ນ ລັດຖະບານ ໄທ ພວມຄຸ້ມຄອງສື່ສັງຄົມອອນລາຍຄືແນວໃດເພື່ອເສີມຂະຫຍາຍຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ແລະ ລັດຖະບານ ເມື່ອສື່ສັງຄົມອອນລາຍພວມພັດທະນາຢ່າງວ່ອງໄວຢູ່ປະເທດນີ້. ນັ້ນແມ່ນ ເນື້ອໃນ ການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ວ່າ: “ສະພາບຕົວຈິງ, ບັນຫາທີ່ວາງອອກ ແລະ ມາດຕະການຄຸ້ມຄອງຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍຢູ່ ໄທ ປະຈຸບັນ” ທີ່ຫາກໍ່ດຳເນີນຢູ່ ບາງກອກ ປະເທດ ໄທ ໂດຍສະຖາບັນສື່ມວນຊົນໂຄສະນາ ແລະ ສະຖານທູດ ຫວຽດນາມ ປະຈຳໄທ ສົມທົບກັນຈັດຕັ້ງ.
ບັນຫາຄຸ້ມຄອງສື່ສັງຄົມ​ອອນ​ລາຍຢູ່ໄທ
 ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ ເຂົ້າຮ່ວມການໂອ້ລົມສົນທະນາ ມີແຂກຖືກເຊີນເກືອບ 20 ຄົນ ຊື່ງແມ່ນບັນດາຜູ້ຊ່ຽວຊານໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ນັກຄຸ້ມຄອງສື່ສັງຄົມອອນລາຍ, ບັນດານັກຂ່າວ ແລະ ນັກຮຽນຮູ້ໄທ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງສື່ສັງຄົມອອນລາຍຢູ່ໄທ. ເຖິງວ່າ ມີຫລາຍຄຳເຫັນແຕກຕ່າງກັນ ແຕ່ບັນດາຜູ້ແທນລ້ວນແຕ່ຮັບຮູ້ຜົນສະທ້ອນອັນໃຫຍ່ຫລວງຂອງສື່ສັງຄົມອອນລາຍສຳລັບຫລາຍຂົງເຂດໃນຊີວິດການເປັນຢູ່, ໃນນັ້ນ ມີຂົງເຂດສື່ສານ. ທ່ານ ກີດຕິສັກ ຮານກະລາ ຜູ້ອຳນວຍການວິທະຍຸກະຈາຍສຽງໂທລະພາບແຫ່ງຊາດໄທ ໃຫ້ຮູ້ວ່າ:   
TAG
VOV/VOVworld/ສື່ສັງຄົມ​ອອນ​ລາຍ