ແບ່ງປັນບົດຮຽນ, ໜູນຊ່ວຍ ລາວ ໃນວຽກງານຄຸ້ມຄອງ, ເຮັດສື່ເລັກໂຕນິກ
05/05/2019 07:00
(VOVWORLD) - ໂດຍປະຕິບັດຕາມບົດບັນທຶກ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄລຍະ 2016 – 2020, ຫວ່າງແລ້ວນີ້ ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງໃຫ້ບັນດານັກຂ່າວລາວ ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບສື່ເອເລັກໂຕນິກ ຢູ່ຫວຽດນາມ ເພື່ອແນໃສ່ໜູນຊ່ວຍ, ຍົກສູງວິຊາສະເພາະ, ການຄຸ້ມຄອງສື່ເອເລັກໂຕນິກ ໃຫ້ແກ່ລາວ. ຕໍ່ໄປນີ້ ເຊີນທ່ານຜູ້ຟັງ ພ້ອມກັນຕິດຕາມບົດຂຽນ ທີ່ມີຫົວຂໍ້ວ່າ “ການແບ່ງປັນບົດຮຽນ, ໜູນຊ່ວຍລາວ ໃນວຽກງານຄຸ້ມຄອງ, ຜະລິດໜັງສືພິມເອເລັກໂຕນິກ” ຂອງ ເຈິ່ນຕວ໊ນ - ນັກຂ່າວ VOV.

ໃນ 2 – 3 ປີ ມໍ່ໆມານີ້, ລະບົບສື່ເອເລັກໂຕນິກ ຢູ່ລາວ ໄດ້ກ້າວເຂົ້າສູ່ໄລຍະພັດທະນາ ດ້ວຍປະລິມານຂໍ້ມູນຂ່າວຢ່າງຫຼວງຫຼາຍໃນແຕ່ລະວັນ. ເຖິງຢ່າງໃດກໍຕາມ, ຍ້ອນຄຸນນະພາບໄປບໍ່ທັນກັບປະລິມານ ສະນັ້ນ ໄດ້ເຮັດໃຫ້ເກີດຂໍ້ຂາດຕົກບົກພ່ອງຫຼາຍຢ່າງໃນວຽກງານໂຄສະນາເຜີຍແຜ່ ກໍຄືການຄຸ້ມຄອງໜັງສືພິມເອເລັກໂຕນິກ ຫຼື ຢູ່ບັນດາເວັບໄຊ. ເນື່ອງຈາກນັ້ນ, ການຢ້ຽມຢາມ ແລະ ເຮັດວຽກ ຢູ່ອົງການ, ສູນສື່ມວນຊົນບາງແຫ່ງ ຢູ່ຫວຽດນາມ ຄື: ໜັງສືພິມ Vietnamnet, ໜັງສືພິມ VnExpress, ໜັງສືພິມ ຍ່າບ໊າວ ແລະ ກົງລ້ວນ (ໜັງສືພິມ ນັກຂ່າວ ແລະ ຫາງສຽງມະຫາຊົນ), ໜັງສືພິມ ຢູລິກ (ທ່ອງທ່ຽວ), ໜັງສືພິມ ເຊີຍຢື້ງ (ກໍ່ສ້າງ), ກົມຮັກສາຄວາມປອດໄພຂໍ້ມູນຂ່າວສານ, ສູນມອບ-ຮັບຂໍ້ມູນເອເລັກໂຕນິກ ແລະ ໜູນຊ່ວຍສື່ມວນຊົນ… ເພື່ອແນໃສ່ແບ່ງປັນບົດຮຽນ, ໜູນຊ່ວຍ ລາວ ໃນວຽກງານຄຸ້ມຄອງ ກໍຄື ກຳນົດທິດທາງພັດທະນາສື່ເອເລັກໂຕນິກໃນອະນາຄົດ. ທ່ານ ຫງວຽນຖ໊າຍຟຽນ, ຮອງຫົວໜ້າກົມສື່ມວນຊົນ ໃຫ້ຮູ້ວ່າ: “ໃນຫຼາຍປີຜ່ານມາ, ກົມສື່ມວນຊົນ ໄດ້ຈັດຕັ້ງການຢ້ຽມຢາມ, ຊອກຮູ້ ແລະ ບຳລຸງສ້າງທັກສະ, ວິຊາສະເພາະໃຫ້ທາງຝ່າຍ ລາວ ຫຼາຍພໍສົມຄວນຄື: ການຂຽນບົດສາລະຄະດີ, ການນໍາສະເໜີຂ່າວກ່ຽວກັບບັນດາເຫດການສຳຄັນ, ເຫດການເກີດຂຶ້ນດ່ວນ... ແຕ່ສະເພາະຂົງເຂດສື່ເອເລັກໂຕນິກ, ຂ້າພະເຈົ້າຄິດວ່າ ແມ່ນສິ່ງທີ່ໃໝ່ ແລະ ສຳຄັນສຳລັບ ລາວ ໃນປັດຈຸບັນ. ໃນໄລຍະເວລາບໍ່ຫຼາຍ ດ້ວຍຂໍ້ມູນຂ່າວທີ່ນໍາມາປຶກສາຫາລືເປັນຈໍານວນຫຼວງຫຼາຍນັ້ນ ສອງຝ່າຍຖອດຖອນບົດຮຽນໄດ້ຫຼາຍບັນຫາ ເຊິ່ງຕົວຈິງ ກໍຄືບັນດາຫຼັກສູດການສອນບໍ່ໄດ້ເຕື້ອງເຖິງ”.
TAG
VOV/VOVworld/ສື່ເອເລັກໂຕນິກ/ໜັງສືພິມອອນລາຍ/ນັກຂ່າວລາວ/ໜູນຊ່ວຍ/ສູນມອບ-ຮັບຂໍ້ມູນເອກເລັກໂຕນິກ
Related
More








