VOV WorldVOV World
ແມ່ຂອງ ຫວຽດນາມ - ລາວ, ນຳຫນ້າໃນການບໍລິການສົ່ງຄົນລາວມາກວດແລະປິ່ນປົວພະຍາດຢູ່ຫວຽດນາມ
18/02/2017 17:00
ນ​ໄລ​ຍະພຽງ​ເຄິ່ງຕົ້ນ​ປີ 2016 ​ເທົ່າ​ນັ້ນ​ໄດ້ມີ​​ຄົນລາວ ເກືອບ 200 ຄົນ​ມາ​ ຮ່າ​ໂນ້ຍ ກວດ​ ແລະ ປິ່ນ​ປົວ​ພະ​ຍາດ. ຈຳ​ນວນ​ຄົນລາວ​ມາ​ກວດ​ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ແຂວງ ​ທາງພາກ​ກາງ​ ຫວຽດ​ນາມ ຍັງ​ຫລາຍກວ່າອີກ ຍ້ອນ​ສາຍ​ເຫດ​ດ້ານ​​ພູມ​ສາດ. ເຂົາ​ເຈົ້າລ້ວນ​ແຕ່ມາ​ຫວຽດ​ນາມ​ເອງ​ຫລື​ໂດຍບັນ​ດາ​ຫ້ອງກວດ​ພະ​ຍາດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ ແນະ​ນຳ.
ແມ່ຂອງ ຫວຽດນາມ - ລາວ, ນຳຫນ້າໃນການບໍລິການສົ່ງຄົນລາວມາກວດແລະປິ່ນປົວພະຍາດຢູ່ຫວຽດນາມ
(vovworld)- ໃນ​ໄລ​ຍະພຽງ​ເຄິ່ງຕົ້ນ​ປີ 2016 ​ເທົ່າ​ນັ້ນ​ໄດ້ມີ​​ຄົນລາວ ເກືອບ 200 ຄົນ​ມາ​ ຮ່າ​ໂນ້ຍ ກວດ​ ແລະ ປິ່ນ​ປົວ​ພະ​ຍາດ. ຈຳ​ນວນ​ຄົນລາວ​ມາ​ກວດ​ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ແຂວງ ​ທາງພາກ​ກາງ​ ຫວຽດ​ນາມ ຍັງ​ຫລາຍກວ່າອີກ ຍ້ອນ​ສາຍ​ເຫດ​ດ້ານ​​ພູມ​ສາດ. ເຂົາ​ເຈົ້າລ້ວນ​ແຕ່ມາ​ຫວຽດ​ນາມ​ເອງ​ຫລື​ໂດຍບັນ​ດາ​ຫ້ອງກວດ​ພະ​ຍາດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ ແນະ​ນຳ. ຄວາມ​ມຸ້ງ​ຫວັງຂອງປະ​ຊາ​ຊົນ​ລາວ​ຫລາຍ​ຄົນ​ແມ່ນ​ໄດ້​ມາກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ ຫວຽດ​ນາມ, ​ແຕ່ບໍ່​ປະ​ຕິ​ບັດ​ໄດ້, ຍ້ອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານພາ​ສາ ແລະ ​ການ​ເງິນ, ໂດຍ​ກຳ​ໄດ້​ສະ​ພາບ​ຕົວ​ຈິງນີ້, ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ການ​ຄ້າ ແມ່​ຂອງ ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ນຳ​ເອົາການ​ບໍ​ລິ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​​ມາໃຫ້​​ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງ.
TAG
vovworld/ກວດ​/ປິ່ນ​ປົວ​ພະ​ຍາດ