Festival ABU Radio Song 2015 ຄັ້ງທີ 3 ຢູ່ ມຽນມາ- ຈຸດນັດພົບດ້ານ ກະຈາຍສຽງ ແລະ ດົນຕີ
11/08/2015 09:37
(vovworld)- ສະຫະສະມາຄົມກະຈາຍສຽງ ໂທລະພາບ ອາຊີ ປາຊີຟີກ (ABU) ແມ່ນອົງການສາກົນຂຶ້ນກັບພາກພື້ນ ອາຊີ ປາຊີຟີກ

(vovworld)- ສະຫະສະມາຄົມກະຈາຍສຽງ ໂທລະພາບ ອາຊີ ປາຊີຟີກ (ABU) ແມ່ນອົງການສາກົນຂຶ້ນກັບພາກພື້ນ ອາຊີ ປາຊີຟີກ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຈຸດໝາຍແມ່ນຫນູນຊ່ວຍບັນດາປະເທດສະມາຊິກພັດທະນາດ້ານກະຈາຍສຽງ ໂທລະພາບ. ນັບແຕ່ປີ 2012, ແຕ່ລະປີ ABU ລ້ວນແຕ່ຈັດຕັ້ງກອງປະຊຸມກະຈາຍສຽງ ອາຊີ ແລະ ງານມະໂຫລານສຽງເພງກະຈາຍສຽງ Festival ABU Radio Song. ປີ 2015, ມຽນມາ ແມ່ນປະເທດທີ 3 ໄດ້ຖືເປັນກຽດຈັດຕັ້ງບັນດາເຫດການນີ້. ເນື່ອງໃນໂອກາດສະເຫລີມສະຫລອງ 48 ປີ ແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967-8/8/2015) ແລະ ມຸ່ງໄປເຖິງການສ້າງປະຊາຄົມອາຊຽນໃນທ້າຍປີ 2015, ໃນລາຍການຊາຍຄາອາຊຽນ ພາກນີ້ ພວກເຮົາຂໍແນະນຳບາງບົດເພງທີ່ມີຊື່ສຽງຂອງປະເທດສະມາຊິກ ອາຊຽນ ຈຳນວນຫນຶ່ງ ທີ່ເຂົ້າຮ່ວມ Festival ABU Radio Song 2015.
TAG
vovworld/ງານມະໂຫລານດົນຕີ
Related
More








