VOV WorldVOV World
ຕະຫຼາດ​ກາງ​ຄືນ ຊຽມ​ຣຽບ - ຈຸດ​ນັດ​ພົບ​ທີ່​ບໍ່ອາດ​ພາດ​ໄດ້​ເມື່ອ​ໄປ ອັງ​ກໍ
17/11/2024 16:00
(VOVWORLD) - ນະຄອນ ຊຽມຣຽບ ໄດ້ເປັນທີ່ຮູ້ຈັກກັນດີວ່າ ເປັນເມືອງເອກຂອງບັນດາສະຖາປັດຕະຍາກຳວິຫານທາດທີ່ໃຫຍ່ໂຕມະໂຫຖານຢູ່ ກຳປູເຈຍ, ດ້ວຍເຂດຮ່ອງຮອຍ ອັງກໍ ທີ່ມີຊື່ສຽງ. ຖ້າຜູ້ໃດເຄີຍມາ ຊຽມຣຽບ ຈະເຫັນວ່າ ສະຖານທີ່ແຫ່ງນີ້ຍັງມີສິ່ງທີ່ຈັບອົກຈັບໃຈຫຼາຍຢ່າງ. ນອກຈາກບັນດາວິຫານທີ່ເກົ່າແກ່ແລ້ວ, ນະຄອນດັ່ງກ່າວຍັງເປັນສູນການຄ້າ, ວັດທະນະທຳ, ອາຫານການກິນ ດ້ວຍເຂດຕະຫຼາດທີ່ມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ຄຶກຄື້ນ, ອັນໄດ້ສ້າງຄວາມປະທັບໃຈເປັນພິເສດໃນໃຈແຂກທ່ອງທ່ຽວ.
ຕະຫຼາດ​ກາງ​ຄືນ ຊຽມ​ຣຽບ - ຈຸດ​ນັດ​ພົບ​ທີ່​ບໍ່ອາດ​ພາດ​ໄດ້​ເມື່ອ​ໄປ ອັງ​ກໍ
ສຽງດົນຕີຄຶກຄື້ນ, ບາດຂຶ້ນບາດລົງຂອງກອງດົນຕີພື້ນເມືອງ ກຳປູເຈຍ ບວກກັບກິ່ນຫອມຂອງນ້ຳມັນສະກັດໃນບັນຍາກາດຂອງຮ້ານນວດຕີນ ຕັ້ງຢູ່ກາງເຂດຕະຫຼາດກາງຄືນ ອັງກໍ - ນະຄອນ ຊຽມຣຽບ. ບັນດາຍິງສາວເຜົ່າ ຂະແມ ໄດ້ຄ່ອງແຄ້ວເຍັ້ນຈອກນ້ຳຊາ ພ້ອມກັບກ້ວຍອົບ, ອາຫານພື້ນບ້ານໄປໃຫ້ແຂກ. ຮ້ານນວດຢູ່ເຂດຕະຫຼາດກາງຄືນແມ່ນສະຖານທີ່ນິຍົມຂອງແຂກ ເພື່ອຜ່ອນຄາຍຄວາມອິດເມື່ອພາຍຫຼັງຍ່າງເລາະຢ້ຽມຊົມ, ຄົ້ນຫາເຂດຮ່ອງຮອຍວິຫານ ອັງກໍ ມາໝົດມື້. ເອື້ອຍ ຫງວຽນຮົ່ງງອກ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ (ຫວຽດນາມ) ແບ່ງປັນວ່າ: “ຂ້າ ພະ ເຈົ້າ ໄປ ຢ້ຽມ ຊົມ ເຂດ ວິ ຫານ ນີ້ ແຕ່ ຕອນ ເຊົ້າ ຈົນ ຮອດ ຕອນ ແລງ ຖື ວ່າເມື່ອ ຍ ແລະ ປວດ ຂາ ພໍ ສົມ ຄວນ. ສະ ນັ້ນ ,ຮອດ ຕອນ ຄ່ຳ,  ພວກ ຂ້າ ພະ ເຈົ້າ ຈຶ່ງ ຕັດ ສິນ ໃຈ ໄປ ຕະຫຼາດ ກາງ ຄືນ ເພື່ອ ຊິມ ບັນ ດາ ເຍື່ອງ ອາ ຫານ ແລະ ນວດ ຂາ ເພື່ອ ເພີ່ມພະ ລັງ . ຂ້າ ພະ ເຈົ້າ ຮູ້ ສຶກວ່າ ຄັກ ແລະ ສະ ບາຍຫຼາຍ , ລາ ຄາ ກໍ ເໝາະ ສົມ”.  
TAG
VOV/VOVworld/Pub Street/ຊຽມຣຽບ/ຕະຫຼາດ​ກາງ​ຄືນ/ກຳ​ປູ​ເຈຍ