ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ
03/12/2017 10:06
(VOVWORLD) -ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ຄັ້ງທີ 1 ໂດຍສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ສົມທົບກັບມະຫາວິທະຍາໄລການຄ້າຕ່າງປະເທດ ຈັດຕັ້ງ ແມ່ນສະຖານທີ່ພົບປະແລກປ່ຽນຂອງນັກສຶກສາລາວ ຢູ່ຫວຽດນາມ. ເຖິງວ່າ ເປັນຄັ້ງທຳອິດໄດ້ຈັດຂຶ້ນ ແຕ່ໄດ້ດຶງດູດນັກສຶກສາລາວ 11 ຄົນເຂົ້າຮ່ວມການແຂ່ງຂັນ, ມີນັກສຶກສາບາງຄົນໄດ້ສ້າງຄວາມແປກປະຫລາດຕໍ່ແຂກເຂົ້າຊົມ ເພາະຄວາມສາມາດໃນການເວົ້າພາສາຫວຽດຂອງພວກເພື່ອນແມ່ນເກັ່ງຫລາຍ ແລະ ເນື້ອໃນບົດບັນລະຍາຍກໍ່ອຸດົມສົມບູນ ທັງມີຜູ້ສະແດງປະກອບ….ໃນລາຍການຊາຍຄາອາຊຽນພາກນີ້ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ຢ້ຽວຮົ່ງ ທີ່ມີຫົວຂໍ້ວ່າ: ການແຂ່ງຂັນບັນລະຍາຍດ້ວຍພາສາ ຫວຽດ - ສະຖານທີ່ພົບປະແລກປ່ຽນຂອງນັກສຶກສາລາວ ຢູ່ ຫວຽດນາມ.

ການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ “ແຕ່ລະເທື່ອເມື່ອຂັບຮ້ອງບົດເພງ “ຮ່າໂນ້ຍ ໝາກຫົວໃຈຂອງທົ່ວປະເທດ” ຂອງນັກດົນຕີ ຫງວຽນດືກຕວານ ຂ້າພະເຈົ້າພັດມີຄວາມຮູ້ສຶກກ່ຽວກັບ ນະຄອນ ຮ່າໂນ້ຍ ທີ່ສວຍງາມດັ່ງໃນຝັນ. ຮ່າໂນ້ຍງາມຫລາຍ, ໃນສາຍຕາຂອງຜູ້ທີ່ໄດ້ ແລະ ພວມດຳລົງຊີວິດຢູ່ທີ່ນີ້ ຍາມໃດຮ່າໂນ້ຍກໍ່ແມ່ນນະຄອນທີ່ສວຍງາມ. ແລະ ຮ່າໂນ້ຍກໍ່ແມ່ນຄວາມຄິດຮອດຄິດເຖິງຂອງຜູ້ທີ່ຢູ່ຫ່າງໄກຮ່າໂນ້ຍ.” ໃນມື້ຫນຶ່ງຕົ້ນລະດູຫນາວຢູ່ ຮ່າໂນ້ຍ, ຢູ່ ຫໍວັດທະນະທຳກິລາ ຊາວຫນຸ່ມ, ບັນຍາກາດແມ່ນຟົດຟື້ນມ່ວນຊື່ນທີ່ສຸດ ດ້ວຍການສະແດງບົດບັນລະຍາຍຂອງເພື່ອນ ວິມົນສາ ພະສະຫວັດ ໃນການແຂ່ງຂັນບັນລະຍາຍດ້ວຍພາສາຫວຽດ ທີ່ສະຫງວນໃຫ້ແກ່ນັກສຶກສາລາວ. ຖ້າຫາກ ບົດບັນລະຍາຍຂອງ 2 ຄົນທີ່ຫາກໍ່ສະແດງ ບໍ່ສ້າງຄວາມປະທັບໃຈປານໃດ, ແຕ່ບົດບັນລະຍາຍຂອງນາງ ວິມົນສາ ພະສະຫວັດ ນຸ່ງຊຸດເສື້ອຍາວ ຫວຽດນາມ ໄດ້ເຮັດໃຫ້ແຂກເຂົ້າຮ່ວມໂຮ່ຮ້ອງ, ຕົບມືຊົມເຊີຍ. ບໍ່ພຽງແຕ່ເລືອກເຟັ້ນຫົວຂໍ້ມ່ວນກ່ຽວກັບ “ລະດູໃບໄມ້ຫລົ່ນ” ເທົ່ານັ້ນ, ບົດບັນລະຍາຍຂອງ ວິມົນສາ ພະສະຫວັດ ຍັງສ້າງຄວາມດູດດື່ມ ຍ້ອນມີບັນດາຜູ້ສະແດງປະກອບ, ນອກນັ້ນ ຍັງເວົ້າເຖິງອາລົມຈິດຂອງຄູອາຈານ ໂຮງຮຽນ T80 ສະຫງວນໃຫ້ແກ່ນັກສຶກສາລາວ ເຕັມໄປດ້ວຍຄວາມຕື້ນຕັນໃຈ. ບົດບັນລະຍາຍ ຍາວ 7 ນາທີ ຍັງສ້າງຄວາມປະທັບໃຈອີກ ເມື່ອມີນາງສາວຜູ້ຫນຶ່ງນຸ່ງຊຸດອາພອນປະຈຳຊາດຂອງລາວ ຂັບຮ້ອງບົດເພງ “ຮ່າໂນ້ຍ ດອກໄມ້ 12 ສີ” ເມື່ອນາງ ວິມົນສາ ພະສະຫວັດ ໄດ້ແນະນຳເຖິງລະດູດອກໄມ້ຢູ່ ຮ່າໂນ້ຍ. ນາງວິມົນສາ ພະສະຫວັດ ຫາກໍ່ມາຫວຽດນາມ ປະມານ 2 ເດືອນ ແຕ່ນາງໄດ້ສະຫງວນເວລາເພື່ອຮຽນພາສາຫວຽດ ອາທິດລະ 2 ມື້ກ່ອນນີ້ຫນຶ່ງປີແລ້ວ.
TAG
VOV/VOVworld/ນັກສຶກສາ
Related







