ການແຂ່ງຂັນຊອກຮູ້ວັດທະນະທຳລາວ - ຂົວຕໍ່ລະຫວ່າງນັກສຶກສາສອງປະເທດຫວຽດນາມແລະລາວ
14/05/2017 05:00
(VOVWORLD) - ການແຂ່ງຂັນ “ຊອກຮູ້ວັດທະນະທຳລາວ” ຄັ້ງທີຫນຶ່ງໂດຍສະໂມສອນວັດທະນະທຳລາວສັງກັດສະຖາບັນການພົວພັນຕ່າງປະເທດ ຈັດຕັ້ງໄດ້ດຳເນີນໄປໃນຕົ້ນເດືອນເມສາຜ່ານມາ. ນີ້ແມ່ນສະຖານທີ່ເພື່ອໃຫ້ບັນດານັກສຶກສາຫວຽດນາມ ແລະ ນັກສຶກສາລາວທີ່ພວມຮ່ຳຮຽນຢູ່ ບັນດາມະຫາວິທະຍາໄລ ຢູ່ ນະຄອນ ຮ່າໂນ້ຍພົວພັນແລກປ່ຽນນຳກັນ. ນະທີ່ນີ້, ບັນດານັກສຶກສາສອງປະເທດ ມີໂອກາດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນນຳກັນ, ຊອກຮູ້ກ່ຽວກັບບັນດາວາດຟ້ອນ, ຮີດຄອງປະເພນີຂອງປະເທດລາວທີ່ສວຍງາມ, ປະກອບສ່ວນເພີ່ມຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີລະຫວ່າງລຸ້ນຫນຸ່ມສອງປະເທດ.

ບັນດາຜູ້ເຂົ້າຮ່ວມການເສັງ
TAG
VOV/VOVworld/ອາຊຽນ/NFC
Related








