VOV WorldVOV World
ການກວດແລະປິ່ນປົວພະຍາດຢູ່ຫວຽດນາມແມ່ນການເລືອກເຟັ້ນຂອງປະຊາຊົນລາວຫລາຍຄົນ
23/07/2016 17:00
(vovworld)- ເອື້ອຍ ປາ​ນອມ, ປີນີ້ມີອາ​ຍຸ 31 ປີ ຄົນ​ເຈັບ​ທີ່​ມາ​ຈາກ​ລາວ ຫາກໍ່​ຜ່ານ​ ​ການຜ່າ​ຕັດ​ກ້ອນ​ເບົ້າມົດ​ລູກ​
ການກວດແລະປິ່ນປົວພະຍາດຢູ່ຫວຽດນາມແມ່ນການເລືອກເຟັ້ນຂອງປະຊາຊົນລາວຫລາຍຄົນ
(vovworld)- ເອື້ອຍ  ປາ​ນອມ, ປີນີ້ມີອາ​ຍຸ 31 ປີ ຄົນ​ເຈັບ​ທີ່​ມາ​ຈາກ​ລາວ ຫາກໍ່​ຜ່ານ​ ​ການຜ່າ​ຕັດ​ກ້ອນ​ເບົ້າມົດ​ລູກ​ ມາເປັນ​ເວ​ລາກວ່າ ເດືອນ​ຫນຶ່ງ​ແລ້ວ. ສຸ​ຂະ​ພາບ​ຂອງ​ເອື້ອຍ​ພວມ​ຄ່ອຍໆ​ກັບ​ຄືນ​ສູ່​ປົກ​ກະ​ຕິ ແລະ ເອື້ອຍ​ເລີ່​ມ​ກັບ​ຄືນ​ສູ່ວຽກ​ງານ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ. ເອື້ອຍ​ມີ​ຄວາມ​ເພິ່ງ​ພໍ​ໃຈ ເມື່ອ​​ການຜ່າ​ຕັດ​​ປະ​ສົບສຳ​ເລັດ​ຜົນ ແລະ ​ເວ​ລາປິ່ນ​ປົວ​ຢູ່​ຫວຽດ​ນາມ ຍາມ​ໃດ​ເອື້ອຍ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ນາງ​ພະ​ຍາ​ບານ, ​ທ່ານ​ໝ​ໍ. ຜ່ານນັ້ນ ເອື້ອຍ​ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຄວາມ​ຕັດ​ສິນ​ຂອງ​ຕົນ​ເມ​ື່ອ​ໄປ​ປິ່​ນ​ປົວ​ພະ​ຍາດ​ຢູ່​ຫວຽດ​ນາມ ແມ່ນ​ຖືກ​ຕ້ອງ.
TAG
vovworld/ເຈັບ​ຫນັກ/​ທ່ານ​ໝໍ