ເປີດ​ສາກ​ລາຍ​ການ​ແມ່ນ​ພິ​ທີ​ຊັກ​ທຸງອາ​ຊຽນ. ພະ​ນັກ​ງານ, ພາ​ລະ​ກອນ​ພ້ອມ​ກັບຄອບຄົວ​ຂອງ​ສະ​ຖານ​ທູດບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ​ມົດ​ສະ​ກູ ກວ່າ 200 ຄົນ ໄດ້ພ້ອມ​ກັນເຂົ້າຮ່ວມ​ພິ​ທີ​ເຄົາ​ລົບ​ທຸງ ແລະ ​ຂັບຮ້ອງ​ເພງ​ອາ​ຊຽນ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄີ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ຂອງປະ​ຊາ​ຄົມ​ອາ​ຊຽນ ຢູ່​ສະ​ຫະ​ພັນ ລັດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ Igor Bailen ເອກ​ອັກ​ຄະ​ລັດ​ຖະ​ທູດຟີ​ລິບ​ປິນ ປະ​ຈຳສະ​ຫະ​ພັນລັດ​ເຊຍ, ປະ​ທານ​ໝູນ​ວຽນ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ມົດ​ສະ​ກູ ປີ 2026 ເນັ້ນ​ໜັກ​ວ່າ ກຳ​ລັງ​ແຮງ​ຂອງອາ​ຊຽນ ແມ່ນ​​ຄວາມ​ສາ​ມາດ​ຜ່ານ​ຜ່າ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ທູດ.

ຕາມ​ທ່ານ​ແລ້ວ, ຈິດ​ໃ​ຈ​ນັ້ນ​ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ໃນ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຄົມອາ​ຊຽນ. ເມື່ອຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳສະ​ຫະ​ພັນລັດ​ເຊຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງຫວຽດ​ນາມ ​ໃນ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນອາ​ຊຽນ - ລັດ​ເຊຍ ກໍ່​ຄື​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ຂອງ​ປະ​ຊາ​ຄົມອາ​ຊຽນ ​ຢູ່ມົດ​ສະ​ກູ.

ອາ​ຊຽນ​ພວມ​ພັດ​ທະ​ນາ​ກາຍ​ເປັນ​ປະ​ຊາ​ຄົມ​ດ້ວຍ​ວິ​ໄສ​ທັດ​ລວມ, ສີ​ສັນ​ລວມ, ເຕົ້າ​ໂຮມ 11 ປະ​ເທດ​. ​ໃນ​ນັ້ນ, ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ສຳ​ຄັນ​ທີ່​ສຸດ. ເຫດ​ການ​ນີ້ໄດ້​ຈັດ​ຂຶ້ນຢູ່​ສູນ​ຮ່າ​ໂນ້ຍ - ມົດ​ສະ​ກູ​ ໂດຍຫວຽດ​ນາມ​ກຳ​ມະ​ສິດ ແລະ ຄຸ້ມ​ຄອງ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮັບ​ຜິດ​ຊອບ ແລະ ບົດ​ບາດ​ນຳ​ພາ​ຂອງຫວຽດ​ນາມ ເມື່ອ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຄົມ​ອາ​ຊຽນ ມີ​ສະ​ຖານ​ທີ່​ດຳ​ເນີນ​ຊີ​ວິດ​ຮ່ວມ​ຢູ່​ທີ່​ນີ້. ຫວຽດ​ນາມ ກໍ່​ພວມເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວິ​ທີ​​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ສະ​ຫະ​ພັນລັດ​ເຊຍ.

ແຕ່​ລະ​ຮ້ານ​ວາງ​ສະ​ແດງ​ໃນ​ວັນ​ບຸນ​ບໍ່​ພຽງ​ແຕ່​ແນະ​ນຳ​ເຍື່ອງ​ອາ​ຫານ ຫຼື​ຜະ​ລິດ​ຕະ​ພັນ​ພື້ນ​ເມືອງເທົ່າ​ນັ້ນ ຫາກ​ຍັງ​ເລົ່າ​ເລື່ອງລາວ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ. ຫວຽດ​ນາມ​ເຂົ້າ​ຮ່ວມ​ດ້ວຍ​​ການ​ສະ​ແດງພິນເຈັນ ພ້ອມ​ກັບ​ອາ​ຫານ​ພື້ນ​ເມືອງສອງ​ເຍື່ອງ​ ນັ້ນແມ່ນ ຢໍ່​ຈືດ ແລະ ເຂົ້າ​ໜົມ​ຈືນ.

ຄຽງ​ຄູ່​ກັບ​ການ​ແນະ​ນຳວັດທະນະທຳ ແລະ ອາຫານ, ບັນດານັກການທູດໜຸ່ມຂອງຫວຽດນາມ ກໍ່ໄດ້ຕັ້ງໜ້າເຂົ້າຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ, ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ພາບ​ພົດ​​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ເຖິງເພື່ອນ​ມິດ​ສາ​ກົນ. ທ່ານ ຫງວຽນ​ແທັງ​ລຽມ, ເລ​ຂາຕີ ​ສະ​ຖານ​ທູດຫວຽດ​ນາມ ປະ​ຈຳສະ​ຫະ​ພັນລັດ​ເຊຍ ແບ່ງ​ປັນ​ວ່າ:

ຈິດ​ໃຈ​ອາ​ຊຽນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ເອ​ກະ​ສານ ຫຼື​ກອງ​ປະ​ຊຸມ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຜ່ານ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດອາ​ຊຽນ​ຄື​ໃນ​ມື້​ນີ້. ພວກ​​ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ດາ​ນັກ​ການ​ທູດ​ໜຸ່ມ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​​ເມື່ອໂຄສະນາ​ພາບ​ພົດຫວຽດ​ນາມ, ແນະ​ນຳ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ ແລະ ສິ​ລະ​ປະ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ເຫດ​ການ.

ຖ້າ​​ຫາກບັນ​ດາ​ຮ້ານ​ວາງ​ສະ​ແດງ​ອາ​ຫານຈະ​ຊ່ວຍໃຫ້​ແຂກມາ​ຄົ້ນ​ຫາ​ສີ​ສັນ​ຂອງ​ແຕ່​ລະ​ປະ​ເທດແລ້ວ, ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິ​ລະ​ປະ ແລະ ການ​ລະຫຼິ້ນ​ລວມ​ໝູ່ພັດ​ເຮັດ​ໃຫ້​ທຸກ​ຄົນ​ຫຍັບ​ເຂົ້າ​ໃກ້​ກັນ​ກວ່າ​ອີກ. ບັນ​ຍາ​ກາດ​ຂອງ​ວັນ​ບຸນ​ຍິ່ງ​ຟົດ​ຟື້ນ​ຂຶ້ນ​ຕື່ມເມື່ອ​ຜູ້​ຕາງ​ໜ້າອິນ​ໂດ​ເນ​ເຊຍ ເຊື້ອ​ເຊີນ​ບັນ​ດາ​ຜູ້​ແທນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຕັ້ມ​ລວມ​ໝູ່ Gemu Famire. ທ່ານ​ນາງ Ernaher Lina ເລ​ຂາຕີ ​ຮັບ​ຜິດ​ຊອບວຽກງານ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ ​ສະ​ຖານ​ທູດອິນ​ໂດ​ເນ​ເຊຍ ປະ​ຈຳສະ​ຫະ​ພັນລັດ​ເຊຍ ໃຫ້​ຮູ້​ວ່າ:

ນີ້​ບໍ່​ພ​ຽງ​ແຕ່​​ແມ່ນ​ວັນ​ສະຫຼອງ​ການ​ສ້າງ​ຕັ້ງ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ອາ​ຊຽນ​ສະ​ແດງ​ຈິດ​ໃຈ​ສາ​ມັກ​ຄີ. ບໍ່​ພຽງ​ແຕ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ນຳ​ກັນ​ເທົ່າ​ນັ້ນ ຫາກ​ຍັງ​ກັບປະ​ຊາ​ຄົມ​ລັດ​ເຊຍ​ອີກ​ດ້ວຍ, ອາ​ຊຽນ​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່,ມີ​ຄວາມ​ສາ​ມັກ​ຄີ ແລະ ເປັນ​ເອ​ກະ​ພາບ​ນຳ​ກັນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈິດ​ໃຈ​ຮ່ວມ​ມື, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດອາ​ຊຽນ​ຈະ​ສືບ​ຕໍ່​ພັດ​ທະ​ນາ, ບໍ່​ພຽງ​ແຕ່​ລະ​ຫວ່າງ​ບັນ​ດາ​ສະ​ຖານ​ທູດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ປະ​ຊາ​ຄົມ ແລະ ປະ​ຊາ​ຊົນບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່ອາ​ໄສ​ໃນ​ທົ່ວ​ສະ​ຫະ​ພັນ ລັດ​ເຊຍ​ອີກ​ດ້ວຍ.

ພາຍຫຼັງ​ໄລ​ຍະ​ເກືອບ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ອາ​ຊຽນ ບໍ່​ພຽງ​ແຕ່​ເປັນ​ທີ່​ຮູ້​ຈັກ​​​ວ່າ​ແມ່ນ​ອົງ​ການ​ຮ່ວມ​ມື​​ພາກ​ພື້ນ​ທີ່​ມີ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ​ ຫາກ​ຍັງ​ກາຍ​ເປັນ​ປະ​ຊາ​ຄົມທີ່​ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ. ວັນ​ບຸນ​ຄອບ​ຄົວ​ອາ​ຊຽນ 2026 ຢູ່​ມົດ​ສະ​ກູ​ແມ່ນ​ຮູບ​ຍໍ້​ຂອງ​ປະ​ຊາ​ຄົມ​ນັ້ນ, ບ່ອນ​ທີ່ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພ້ອມ​ກັນ​ແບ່ງ​ປັນ​ສີ​ສັນວັດ​ທະ​ນະ​ທຳ​ ແຕ່​ຍັງ​ມຸ່ງ​ໄປ​ເຖິງ​ຄຸນ​ຄ່າ​ລວມ​ກ່ຽວ​ກັບ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.