ການພົວພັນ ຫວຽດນາມ - ໄທ ພວມພັດທະນາດີງາມທີ່ສຸດໃນທຸກຂົງເຂດ, ພິເສດພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມການທູດຂັ້ນລັດ, ວຽກງານການທູດປະຊາຊົນກໍ່ພົ້ນເດັ່ນຂຶ້ນຄືດັ່ງເສົາຄ້ຳອັນໝັ້ນແກ່ນ, ສ້າງພື້ນຖານທີ່ໄວ້ເນື້ອເຊື່ອໃຈ ແລະ ໝັ້ນຄົງລະຫວ່າງປະຊາຊົນສອງປະເທດ. ໃນນັ້ນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ແມ່ນ “ແກ່ນສານ” ຊຸກຍູ້ຄວາມສະໜິດຕິດພັນອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.
ໃນຫຼາຍປີຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ສ້າງໄດ້ກົນໄກປະສານສົມທົບພິເສດຢ່າງມີປະສິດທິຜົນ. ບໍ່ພຽງແຕ່ມີບັນດາການເຄື່ອນໄຫວທີ່ມີລັກສະນະພິທີການເທົ່ານັ້ນ, ສອງສະມາຄົມຍັງໄດ້ຮັກສາກົນໄກກອງປະຊຸມຮ່ວມປະຈຳປີ - ເຊິ່ງແມ່ນເວທີປາໄສທີ່ມີເນື້ອແທ້ເພື່ອໃຫ້ສອງຝ່າຍພ້ອມກັນສະຫຼຸບ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ກະກຽມໃຫ້ບັນດາເຫດການສະເຫຼີມສະຫຼອງໃຫຍ່, ພິເສດມຸ່ງໄປເຖິງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຍ້ອນເຫດນັ້ນ ກົນໄກປະສານສົມທົບນີ້ໄດ້ຊ່ວຍແຜ່ກະຈາຍບັນດາຂໍ້ລິເລີ່ມມິດຕະພາບ ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຄົນ. ຕີລາຄາກ່ຽວກັບການປະກອບສ່ວນຂອງສອງສະມາຄົມ, ທ່ານ ຫງວຽນວັນແທັ່ງ ປະທານສະມາຄົມມິດຕະພາບ ຫວຽດນາມ -ໄທ ຢັ້ງຢືນວ່າ:
“ໃນການທູດແຫ່ງລັດ ແລະ ການທູດປະຊາຊົນ, ພວກມເຮົາມີຄວາມເອກອ້າງທະນົງໃຈວ່າ ສອງສະມາຄົມໄດ້ມີການປະກອບສ່ວນຕັ້ງໜ້າທີ່ສຸດເພື່ອຍົກລະດັບການພົວພັນສອງປະເທດຂອງພວກເຮົາ. ການຍົກລະດັບການພົວພັນສອງຝ່າຍລະຫວ່າງສອງປະເທດໄດ້ຢັ້ງຢືນລະດັບການພົວພັນອັນເລິກເຊິ່ງກວາງຂວາງໃນທຸກຂົງເຂດ ການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນການທູດປະຊາຊົນ”.
ຈຸດພົ້ນເດັນເປັນໜ້າສົນໃຈໃນການເຄື່ອນໄຫວຂອງສອງສະມາຄົມ ນັ້ນແມ່ນການຍູ້ແຮງການທູດເສດຖະກິດ. ໂດຍຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຈາກຕະຫຼາດຂອງກັນ, ສອງສະມາຄົມໄດ້ປະສານສົມທົບກັນຈັດຕັ້ງຫຼາຍລາຍການເຊື່ອມຕໍ່ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ຜ່ານບັນດາເວທີປາໄສສົ່ງເສີມການຄ້າ ແລະ ການສຳຫຼວດຕະຫຼາດໂດຍສອງສະມາຄົມຈັດຂຶ້ນ, ມີຫຼາຍວິສາຫະກິດ ໄທໄດ້ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ແລະ ກົງກັນຂ້າມ. ທ່ານ ສຸວັດໄຊ ຊົງວານິດ ເລຂາທິການໃຫຍ່ ສະມາຄົມມິດຕະພາບ ໄທ - ຫວຽດນາມ ໃຫ້ຮູ້ວ່າ:
ເພື່ອໃຫ້ນ້ຳໃຈມິດຕະພາບນັບມື້ນັບໝັ້ນຄົງນັ້ນ, ສອງສະມາຄົມຍາມໃດກໍ່ຖືໄວໜຸ່ມເປັນໃຈກາງ. ນີ້ແມ່ນລຸ້ນຄົນສືບທອດທີ່ຈະສ້າງເປັນໜ້າປະຫວັດສາດອັນດີງາມຕໍ່ໄປໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນອະນາຄົດ. ບັນດາລາຍການພົບປະແລກປ່ຽນຊາວໜຸ່ມ, ແລກປ່ຽນນັກສຶກສາ ແລະ ບັນດາການແຂ່ງຂັນຊອກຮູ້ວັດທະນະທຳ, ພາສາສອງປະເທດໄດ້ຮັບການຈັດຂຶ້ນເປັນປະຈຳ.
ປີ 2026, ມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ສອງສະມາຄົມສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາກິດຈະກຳສະເຫຼີມສະຫຼອງ, ຈຸດສຸມແມ່ນການຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ, ເຊິ່ງຄາດວ່າຈະຈັດຂຶ້ນຢູ່ແຂວງ ເງະອານ ໃນເດືອນມິຖຸນາ 2026. ແບ່ງປັນກ່ຽວກັບການເຄື່ອນໄຫວຮ່ວມມືໃນປີນີ້, ທ່ານ ສຸວັດໄຊ ຊົງວານິດ ເລຂາທິການໃຫຍ່ ສະມາຄົມມິດຕະພາບ ໄທ - ຫວຽດນາມ ໃຫ້ຮູ້ວ່າ:
ດ້ວຍຈຸດສຸມແມ່ນສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ ຜັນຂະຫຍາຍໂຄງການກະທຳຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ສະມາຄົມມິດຕະພາບສອງປະເທດສືບຕໍ່ຢັ້ງຢືນບົດບາດແມ່ນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບເລິກເຊິ່ງກວ່າອີກ, ເພີ່ມທະວີການຮ່ວມມືຢ່າງແທ້ຈິງ ແລະ ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ການພົວພັນ ຫວຽດນາມ - ໄທ ພັດທະນາຢ່າງໝັ້ນທ່ຽງ, ຍືນຍົງໃນໄລຍະໃໝ່.







