ໄລຍະ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1976 - 2026) ບໍ່ພຽງແຕ່ແມ່ນວິວັດການຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມ, ຄວາມຕັດສິນໃຈດ້ານການເມືອງຂອງ ຫວຽດນາມ ແລະ ໄທ ເພື່ອຊຸກຍູ້ການພົວພັນເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວກ່ຽວກັບການຮ່ວມເດີນທາງຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງປະຊາຄົມວິສາຫະກິດສອງປະເທດອີກດ້ວຍ. ຈາກບັນດາໂຄງການລົງທຶນນຳໜ້າ, ມາຮອດປັດຈຸບັນ ມີຫຼາຍວິສາຫະກິດ ໄທໄດ້ກາຍເປັນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກລະບົບນິເວດເສດຖະກິດຂອງ ຫວຽດນາມ ໄດ້.
ທີ່ລາຍການ Talkshow ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ ໂດຍ C asean ຈັດຂຶ້ນຢູ່ ຮ່າໂນ້ຍ, ບັນດາເລື່ອງລາວກ່ຽວກັບການຮ່ວມເດີນທາງຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງປະຊາຄົມວິສາຫະກິດ ໄທ ໄດ້ສ້າງແຮງບັນດານໃຈ, ພິສູດໃຫ້ເຫັນຂະບວນວິວັດຈາກຄວາມສົງໄສໄປສູ່ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ.
ຫວນຄືນໄລຍະປະຫວັດສາດເຄິ່ງສະຕະວັດ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ໄດ້ເຕື້ອງເຖິງບາດລ້ຽວສຳຄັນ:
“ຂ້າພະເຈົ້າຍັງຈື່ໄດ້ວ່າ ເມື່ອຫວນຄືນໄລຍະ 50 ປີກ່ອນ, ຈຸດເວລາທີ່ສົງຄາມສິ້ນສຸດຢູ່ ຫວຽດນາມ, ໄທ ໄດ້ມີຄຳຖະແຫຼງທີ່ມີຊື່ສຽງວ່າ ຢາກ “ປ່ຽນສະໜາມຮົບໃຫ້ກາຍເປັນຕະຫຼາດ”. ຈຸດເວລານັ້ນ, ປະຊາຊົນ ຫວຽດນາມ ຮູ້ສຶກສິ່ງນີ້ຄືແນວໃດ? ແມ່ນບໍວ່າ ໄທ ພວມຢາກຈຳວາງ ຍາມໃດ ຫວຽດນາມ ແມ່ນສະໜາມຮົບ ແລະ ຍາມໃດ ຫວຽດນາມແມ່ນຕະຫຼາດຫຼືບໍ? ແຕ່ຜ່ານຜ່າທຸກສິ່ງທຸກຢ່າງ, ໃນຕະຫຼອດໄລຍະ 50 ປີຜ່ານມາ, ພວກເຮົາໄດ້ປັບປຸງ,ເປີດກວ້າງ ແລະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກວ່າ. ປັດຈຸບັນ, ພວກເຮົາໄດ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ”.
ກໍ່ຍ້ອນມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ໝັ້ນໜຽວນັ້ນ ໄດ້ສ້າງ “ເຂດປ້ອງກັນ” ຮັບປະກັນຄວາມປອດໄພເພື່ອໃຫ້ບັນດານັກລົງທຶນນຳໜ້າປ່ຽນວິໄສທັດໃຫ້ປະກົດຜົນເປັນຈິງ. ຫຼັກຖານພະຍານທີ່ມີຊີວິດຊີວາ, ພິສູດໃຫ້ເຫັນວິວັດແຫ່ງການຫັນປ່ຽນຈາກສະໜາມຮົບ ໃຫ້ກາຍເປັນຕະຫຼາດນັ້ນ, ທ່ານ ປອ ຟານຊີແທັງ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ສະຫຼຸບຜ່ານເລື່ອງລາວຂອງ Amata ຢູ່ ຫວຽດນາມວ່າ:
“ຂ້າພະເຈົ້າຢາກເຊີດຊູ ທ່ານ ວິກຣົມ ກຣົມມະດິດ (Vikrom Kromadit) ຂອງກຸ່ມບໍລິສັດ Amata, ຍ້ອນວິໄສທັດຍຸດທະສາດຂອງທ່ານໃນການລົງທຶນເຂົ້າ ຫວຽດນາມ. ໃນຊຸມປີ 90, ເມື່ອ ຫວຽດນາມ ຫາກໍ່ເປີດປະຕູຕ້ອນຮັບການລົງທຶນຈາກຕ່າງປະເທດ, ທ່ານໄດ້ເຂົ້າມາສຳພັດຮູບແບບເຂດອຸດສາຫະກຳຄັ້ງທຳອິດຢູ່ຫວຽດນາມ. ທ່ານມີວິໄສທັດວ່າ ຫວຽດນາມ ຈະກາຍເປັນປະເທດທີ່ດຶງດູດທຶນກ້ອນໃຫຍ່ຈາກຕ່າງປະເທດໃນອະນາຄົດ, ແລະບັນດານັກລົງທຶນ ໄທ ຕ້ອງເຂົ້າມາກ່ອນເພື່ອຈັບເອົາໂອກາດນີ້. ແລະປັດຈຸບັນ, ກຸ່ມບໍລິສັດ Amata ຂອງ ໄທ ໄດ້ກຳມະສິດສາມເຂດອຸດສາຫະກຳໃຫຍ່ຢູ່ ບຽນຮວ່າ (ດົ່ງນາຍ) ແລະຢູ່ ກວ໋າງນິງ. ທັງໝົດລ້ວນແຕ່ປະກອບດ້ວຍບັນດາໂຄງການອຸດສາຫະກຳກວມອັດຕາສູງ ຢ່າງເຕັມສ່ວນ”.
ສ່ວນ ທ່ານນາງ ພະຢອມ ວິສຸເວດ (Phayom Visouveth) – ຜູ້ຕາງໜ້າ ThaiCharm, ໄດ້ສະຫງວນເວລາກວ່າ 20 ປີທີ່ຕິດພັນ ແລະ ຫັນປະຈັກຕາການພັດທະນາຢ່າງແຮງຂອງ ຫວຽດນາມ, ຢັ້ງຢືນວ່າ ການຮ່ວມມືລະຫວ່າງສອງປະເທດໃນປັດຈຸບັນ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ຫຼາຍຮູບແບບທີ່ສຸດ.
“ຖ້າສັງເກດບັນດາຂົງເຂດຫຼັກ, ຂ້າພະເຈົ້າສາມາດເວົ້າເຖິງ: ການຄ້າ ແລະ ການລົງທຶນ, ການຜະລິດປຸງແຕ່ງ, ກະສິກຳ ແລະ ອາຫານ, ພະລັງງານ, ກໍ່ຄື logistics ແລະ ເສດຖະກິດດີຈີຕອນ, ລວມທັງການທ່ອງທ່ຽວ. ສິ່ງສຳຄັນແມ່ນຂ້າພະເຈົ້າເຊື່ອໝັ້ນວ່າ ສອງພື້ນຖານເສດຖະກິດຂອງພວກເຮົາພວມໜູນຊ່ວຍເຊິ່ງກັນແລະກັນເປັນຢ່າງດີ. ໄທ ມີບົດຮຽນປະສົບການດ້ານອຸດສາຫະກຳ ແລະ ເຄັດລັບເຕັກໂນໂລຢີຫຼາຍ, ໃນຂະນະທີ່ ຫວຽດນາມ ພັດກຳມະສິດພື້ນຖານການຜະລິດທີ່ເຕີບໂຕໄວ ແລະ ກຳລັງແຮງງານໜຸ່ມ, ຂະຫຍັນຂັນເຄື່ອນ. ສິ່ງນີ້ໄດ້ຊ່ວຍປັບປຸງລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ຊ່ວຍໃຫ້ສອງປະເທດນັບມື້ນັບມີຄວາມຮອບດ້ານ ແລະ ມີຄວາມສາມາດແກ້ງແຍ້ງດີກວ່າ”.
ການໜູນຊ່ວຍເສດຖະກິດລະຫວ່າງສອງປະເທດ ໄດ້ສະແດງອອກຢ່າງຈະແຈ້ງຜ່ານ 4 ເສົາຄ້ຳຍຸດທະສາດ. ໃນຂົງເຂດຂາຍຍ່ອຍ, ບັນດາກຸ່ມບໍລິສັດໃຫຍ່ຄື BJC ແລະ Central Retail ໄດ້ປະກອບສ່ວນຫັນການຄ້າ ຫວຽດນາມ ເປັນທັນສະໄໝ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ໃນຂົງເຂດກະສິກຳ, ການຊັກນຳຂອງບັນດາກຸ່ມບໍລິສັດຄື CP ຫຼື ການສົ່ງອອກຂອງ Central Retail ໄດ້ຊ່ວຍຍົກລະດັບຜະລິດຕະພັນ OCOP ແລະ ປະກອບສ່ວນເຮັດໃຫ້ ຫວຽດນາມ ກາຍເປັນສູນອາຫານທົ່ວໂລກ.
ປັດໄຈຫຼັກທີ່ພາໄປເຖິງຜົນສຳເລັດໃນຕະຫຼອດຫຼາຍທົດສະວັດຜ່ານມາຂອງວິສາຫະກິດ ໄທ ແມ່ນຄວາມຈິງໃຈຂອງຜູ້ຮ່ວມງານ. ຄືດັ່ງຄຳແບ່ງປັນຢ່າງສຸດຈິດຈຸດໃຈຂອງຜູ້ຕາງໜ້າ ThaiCharm:
“ທຸກຂົງເຂດຂອງ ຫວຽດນາມ ລ້ວນແຕ່ມີຄວາມຈັບໃຈເພື່ອລົງທຶນ ແລະ ພັດທະນາ. ຂ້າພະເຈົ້າເຊື່ອວ່າ ພວກເຮົາອາດສາມາດແມ່ນບັນດາຄູ່ຮ່ວມມືທີ່ດີຂອງກັນ. ຜົນສຳເລັດຂອງບັນດາວິສາຫະກິດ ໄທ ຢູ່ ຫວຽດນາມ ບໍ່ພຽງແຕ່ພິສູດໃຫ້ເຫັນການຮ່ວມມືເສດຖະກິດທີ່ໝັ້ນແກ່ນເທົ່ານັ້ນ ຫາກຍັງຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອການເຕີບໂຕແບບຍືນຍົງໃນອະນາຄົດ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະໄດ້ເຫັນອະນາຄົດອັນຮຸ່ງເຮືອງເຫຼືອງເຫຼື້ອມແຈ້ງ”.
ເລື່ອງບັນດາວິສາຫະກິດ ໄທ ມີໜ້າໃນທົ່ວປະເທດ ຫວຽດນາມ, ຈາກບັນດາຮ້ານສັບພະສິນຄ້າ ຕະຫຼອດຮອດບັນດາເຂດອຸດສາຫະກຳນັ້ນ ໄດ້ພິສູດໃຫ້ເຫັນນ້ຳໃຈເພື່ອນມິດແບບຍືນຍົງ. “ຮ່ວມກັນພັດທະນາ” ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນສັນຍາຂອງບັນດາເພື່ອນມິດບ້ານໃກ້ເຮືອນຄຽງ ພ້ອມກັນຜ່ານຜ່າຄວາມຫຍູ້ງຍາກ ແລະ ສິ່ງທ້າທາຍ ເພື່ອສ້າງບັນດາຕະຫຼາດຈະເລີນຮັ່ງມີ, ມຸ່ງໄປເຖິງປະຊາຄົມ ອາຊຽນ ສາມັກຄີ ແລະ ປະກາຍແຈ້ງໃນເຄິ່ງສະຕະວັດຕໍ່ໄປ.






