ພິທີສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (12/7/1976 – 12/7/2026), ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃໝ່. ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ໄດ້​ຮັບການສ້າງ​ຕັ້ງ​ເມື່ອ​ເດືອນ​ມິ​ຖຸ​ນາ 2026, ພ້ອມ​ກັບ​ບັນ​ດາ​ເອ​ກະ​ສານ ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່ໄດ້​ລົງ​ນາມ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ເກົ່າເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ກຳ​ລັງ​ຜັກ​ດັນ​ໃໝ່​ເພື່ອ​ຫັນ​ເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ລະ​ດັບ 10 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ໃນ​ໄລ​ຍະ 50 ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຟີ​ລິບ​ປິນ ໄດ້​ຮັບ​ການ​ປັບ​ປຸງ​ ແລະ ​ພັດ​ທະ​ນາ​​ຮອບ​ດ້ານ, ມີເນື້ອແທ້​ໃນຫຼາຍ​ຂົງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ,. ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ, ຍົກ​ລະ​ດັບ​ການ​ພົວ​ພັນຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2015 ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ໃນ​ປີ 2026.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຍາມ​ໃດ​ກໍ່​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ສະ​ເລ່ຍ​ກວ່າ 10%/ປີ (ໄລ​ຍະ 2015 - 2025). ພິ​ເສດ, ຟີ​ລິບ​ປິນ ແມ່ນ​ຕະຫຼາດ​ສົ່ງ​ອອກ​ເຂົ້າ​ສານ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ, ກວມ​ເອົາ​ປະ​ມານ 40% ຍອດ​ປະ​ລິ​ມານ​ເຂົ້າ​ສານ​ສົ່ງ​ອອກ. ກົງ​ກັນ​ຂ້າມ, ເຂົ້າ​ສານ ຫວຽດ​ນາມ ກວມ​ເອົາ​ປະ​ມານ 85% ປະ​ລິ​ມານ​ເຂົ້າ​ສານ​ນຳ​ເຂົ້າ​ຂອງ ​ຟີ​ລິບ​ປິນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ການ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງປະ​ເທດ​ນີ້. ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ຂົງ​ເຂດການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ, ທ່ານ Ferdinand Marcos ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ເນັ້ນ​ໜັກ​ວ່າ: ຟີ​ລິບ​ປິນ ແລະ ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນໂດຍ​ອີງ​ຕາມ​ຄວາມ​ໝັ້ນຄົງເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ. ຫວຽດ​ນາມ ໄດ້​ກາຍ​ເປັນ​ຄູ່​ຮວມ​ມື​ທີ່ຂາດ​​ບໍ່ໄດ້​ໃນ​​ຂົງ​ເຂດການ​ຄ້າ ແລະ ການ​ລົງ​ທຶນ​ຂອງ ຟີ​ລິບ​ປິນ. ປີ 2025, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ໄດ້​ລະ​ດັບ​ເປັນທີໜ້າປະ​ທັບ​ໃຈ​ ​ດ້ວຍກວ່າ 7,7 ຕື້ USD. ຟີ​ລິບ​ປິນ ກາຍ​ເປັນ​ຄູ່​ຮວມ​ມື​​ທີ່ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ, ໃນ​ຂະ​ນະທີ່ ຫວຽດ​ນາມ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​​ດ້ານສະບຽງອາ​ຫານ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ອຸດ​ສາ​ຫະ​ກຳຂອງ ຟີ​ລິບ​ປິນ.

ເຖິງວ່າ​ບັນ​ລຸ​ໄດ້​ບາດ​ກ້າວ​ສຳ​ຄັນຫຼາຍ​ຢ່າງແລ້ວ​ກໍ່​ຕາມ, ​ແຕ່ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ຍັງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ບໍ່ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ, ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການຮ່ວມ​ມື​ຂອງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ. ດ້ວຍ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງທີ່ນັບ​ມື້​ນັບ​ໝັ້ນ​ແກ່ນ, ກາ​ນ​ພົວ​ພັນ​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຫວັງ​ຈະ​ສືບ​ຕໍ່​ພັດ​ທະ​ນາ​​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ , ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍໃຫ້​ບັນ​ລຸ 10 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ ລ້າຍ​ທ້າຍ​ບິ່ງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຟີ​ລິບ​ປິນ ກໍ່​ຖື​ວ່າ ດ້ວຍ​ທ່າ​ໄດ້​ປຽບ​ແມ່ນ​ສອງ​ປະ​ເທ​ດ​ແຄມ​ທະ​ເລ, ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ການ​ຂຸດ​ຄົ້ນ​ແບບ​ຍືນ​ຍົງ, ການຂົນ​ສົ່ງ​ທາງ​ທະ​ເລ ແລະ ພະ​ລັງ​ງານ​ທົດ​ແທນນອກຝັ່ງ. ຟີ​ລິບ​ປິນ ​​ມີ​ທ່າ​ແຮງ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນມະ​ນຸດ​ພາ​ສາ ອັງ​ກິດ ແລະ ຂະ​ແໜງ BPO, ໃນ​ຂະ​ນະ​ນັ້ນ ຫວຽດ​ນາມ ກໍ່ມີ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ​ທີ່ຂະ​ຫຍັນ​ຂັ​ນ​ເຄື່ອນ. ສອງ​ຝ່າຍ​ອາ​ດ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ຄວາມ​ປອດໄພ​ທາງໄຊເບີ, fintech ແລະ ເຊື່ອມ​ຕໍ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖານການ​ສຶກ​ສາ​ວິ​ຊາ​ຊີບ. ຄວາມ​ຕ້ອງ​ການ​ຫັນ​ຄົມ​ມະ​ນາ​ຄົມ​ເປັນ​ທັນ​ສະ​ໄໝ ແລະ ການຫັນ​ປ່ຽນ​ພະ​ລັງ​ງານ​ຂອງ ຟີ​ລິບ​ປິນ ຈະເປີດ​ໂອ​ກາດ​ອັນໃຫຍ່ຫຼວງ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ, ພິ​ເສດແມ່ນ​ໃນ​ຂົງ​ເຂດ​ລົດ​ໄຟ​ຟ້າ.

​ ກ່ຽວ​ກັບ​ການ​ຄ້າ - ການ​ລົງ​ທຶນ, ເປົ້າ​ໝາຍ​ວົງ​ເງິນ​ການ​ຄ້າ​ບັນ​ລຸ 10 ຕື້ USD ແມ່ນ​ມີ​ຄວາມ​ສາ​ມາດເປັນ​ໄປ​ໄດ້​ ຖ້າ​ສອງ​ຝ່າຍ​ສືບ​ຕໍ່​ຫັນ​ການ​ເຮັດລະ​ບຽບ​ການ​ເປັນ​ງ່າຍ​ດາຍ, ສົ່ງ​ເສີມ​ຢ່າງ​ແຮງ ແລະ ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ. ການ​ປັບ​ປຸງ logistics ໃຫ້​ສົມ​ບູນ​ແບບ ແລະ ເຊື່ອມ​ຕໍ່​ການ​ເດີນ​ເຮືອ ຈະ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ແລກ​ປ່ຽນ​ສິນ​ຄ້າ. ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ຈາກ​ການ​ພົວ​ພັນ​ຊື້​ຂາຍ​ແບບ​ເກົ່າ, ສອງ​ປະ​ເທດ​ຕ້ອງ​ມຸ່ງ​ໄປ​ເຖິງ​ກົນ​ໄກ​ຮ່ວມ​ມື​ໄລ​ຍະຍາວ​, ຮັບ​ປະ​ກັນ​ຕ່ອງ​ໂສ້​ການສະ​ໜອງ​ເປັນ​ປົກ​ກະ​ຕິ, ພ້ອມ​ທັງ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານກະ​ສິ​ກຳ​ອັດ​ສະ​ລິ​ຍະ, ປູກ​ລ້ຽງ​ສິນ​ໃນ​ນ້ຳ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ເຊິ່ງ​ແມ່ນ​ບັນ​ດາ​ທ່າ​ອ່ຽງ​ໃຫຍ່​ທີ່ເຕັມ​ໄປ​ດ້ວຍ​ແງ່​ຫວັງ.

ຢູ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ຟີ​ລິບ​ປິນ ໃນ​ວັນ​ທີ 1 ມິ​ຖຸ​ນາ 2026 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Ferdinad Marcos ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ, ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍົກ​ລະ​ດັບ​ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ, ໃຫ້ສົມ​ກັບ​ພື້ນ​ຖານ​ດ້ານ​ການ​ເມືອງ​ອັນ​ດີ​ງາມ ແລະ ຄວາມ​ສ​າ​ມາ​ດບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດທີ່​ຂະ​ຫຍັນ​ຂັນ​ເຄື່ອນ. ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ເມືອງທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ຂໍ້​ຕົກ​ລົງ 15 ສະບັບທີ່​ໄດ້​ລົງ​ນາມ​ຢູ່​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຟີ​ລິບ​ປິນ​ນັ້ນ​​ຫວັງວ່າ​ຈະ​ສ້າງ​ກຳ​ລັງ​ຜັກ​ດັນຕື່ມ​ອີກ, ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ - ກາ​ນ​ຄ້າ​ສອງ​ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.