ງານມະໂຫລານເດັກນ້ອຍອາຊຽນ ປີ 2016- ການເຄື່ອນໄຫວແຫ່ງຄວາມສາມັກຄີມິດຕະພາບ
03/06/2016 11:06
(vovworld)- ເປັນຄັ້ງທຳອິດ ທີ່ມີເດັກນ້ອຍເກືອບ 300 ຄົນທີ່ມາຈາກ 7 ປະເທດໃນກຸ່ມ ອາຊຽນຄື: ອິນໂດເນເຊຍ, ລາວ, ໄທ, ສິງກະໂປ
(vovworld)- ເປັນຄັ້ງທຳອິດ ທີ່ມີເດັກນ້ອຍເກືອບ 300 ຄົນທີ່ມາຈາກ 7 ປະເທດໃນກຸ່ມ ອາຊຽນຄື: ອິນໂດເນເຊຍ, ລາວ, ໄທ, ສິງກະໂປ, ຟິລີບປີນ, ມາເລເຊຍ ແລະ ຫວຽດນາມ ໄດ້ເຕົ້າໂຮມກັນຢູ່ນະຄອນຫລວງ ຮ່າໂນ້ຍ ເພື່ອເຂົ້າຮວ່ມງານມະໂຫລານເດັກນ້ອຍ ອາຊຽນ ປີ 2016. ບັນດາຫລານນ້ອຍໃນເກນອາຍຸ ແຕ່ 9-15 ປີ, ໄດ້ຜ່ານຜ່າຮົ້ວກີດຂວາງດ້ານວັດທະນະທຳ, ດ້ານພາສາ ເພື່ອພ້ອມກັນເຂົ້າຮ່ວມການເຄື່ອນໄຫວຫລາຍຢ່າງທີ່ມີປະໂຫຍດໃນງານມະໂຫລານ ດ້ວຍຫົວຂໍ້ “ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ”. ນີ້ແມ່ນແນວຄວາມຄິດໂດຍຫວຽດນາມ ເປັນຜູ້ລິເລີ່ມ ແລະ ເປັນເຈົ້າພາບຈັດຕັ້ງ. ຈຸດເດັ່ນຂອງງານມະໂຫລານ ແມ່ນງານລາຕີສິລະປະ ຊື່ງດຳເນີນໄປໃນຕອນຄ່ຳວັນເດັກສາກົນ ທີ 1/6.
Related








