VOV WorldVOV World
ໂບດ Istiqlal - ສັນຍາລັກຂອງປະຊາຊົນເຊື່ອຖືສາສະຫນາອິດສະລາມ ຢູ່ອິນໂດເນເຊຍ
03/09/2016 17:00
(vovworld)- ອິນໂດເນເຊຍ ແມ່ນປະເທດມີພົນລະເມືອງເຊື່ອຖືສາສະຫນາອິດສະລາມຫລາຍກວ່າໝູ່ຢູ່ໃນໂລກ ສະນັ້ນ ປະເທດນີ້ ມີໂບດອິດສະລາມໃຫຍ່ນ້ອຍກວ່າ 600.000 ແຫ່ງ,
ໂບດ Istiqlal - ສັນຍາລັກຂອງປະຊາຊົນເຊື່ອຖືສາສະຫນາອິດສະລາມ ຢູ່ອິນໂດເນເຊຍ
(vovworld)- ອິນໂດເນເຊຍ ແມ່ນປະເທດມີພົນລະເມືອງເຊື່ອຖືສາສະຫນາອິດສະລາມຫລາຍກວ່າໝູ່ຢູ່ໃນໂລກ ສະນັ້ນ ປະເທດນີ້ ມີໂບດອິດສະລາມໃຫຍ່ນ້ອຍກວ່າ 600.000 ແຫ່ງ, ໃນນັ້ນ ໂບດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກຕັ້ງຢູ່ໃຈກາງນະຄອນຫລວງ ຈາກາຕາ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທ້ອງຖິ່ນ, ນັ້ນແມ່ນໂບດ Istiqlal (ພາສາອາຣັບ ຫມາຍຄວາມວ່າ ເອກະລາດ). ດ້ວຍຄວາມໝາຍປະຫວັດສາດທີ່ສຳຄັນ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ໂບດ Istiqlal ບໍ່ພຽງແຕ່ແມ່ນສັນຍາລັກຂອງປະຊາຊົນຊື່ຖືສາສະຫນາອິດສະລາມ(ຊາວມຸດສະລິມ) ອິນໂດເນເຊຍ ເທົ່ານັ້ນ ຫາກຍັງແມ່ນສະຖານທີທ່ອງທ່ຽວທີ່ຂາດບໍ່ໄດ້ສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.
TAG
vovworld/ອິດ​ສະ​ລາມ