VOV WorldVOV World
ປະສິດທິຜົນຂອງຮູບແບບການຮ່ວມມືດ້ານການສຶກສາຫວຽດນາມ-ໄທຢູ່ມະຫາວິທະຍາໄລ ຮ່າໂນ້ຍ
04/09/2015 17:00
(vovworld)- ກ່ອນນີ້ 6 ປີ​ເຕັມ, ສູນ​ເຜີຍ​ແຜ່​ພາ​ສາ​ ແລະ ວັດ​ທະ​ນະ​ທຳ ໄທ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ
ປະສິດທິຜົນຂອງຮູບແບບການຮ່ວມມືດ້ານການສຶກສາຫວຽດນາມ-ໄທຢູ່ມະຫາວິທະຍາໄລ ຮ່າໂນ້ຍ
(vovworld)- ກ່ອນນີ້ 6 ປີ​ເຕັມ, ສູນ​ເຜີຍ​ແຜ່​ພາ​ສາ​ ແລະ ວັດ​ທະ​ນະ​ທຳ ໄທ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ຕາມ​ລາຍ​ການ​ຮ່​ວມ​ມື​ລະ​ຫວ່າງ ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ສາ​ກົນ ສັງ​ກັດກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ(TICA) ແລະ ກະ​ຊວງ​ສຶກ​ສາ ບຳ​ລຸງ​ສ້າງ​ຫວຽດ​ນາມ. ຈຸດ​ປະ​ສົງ ແມ່ນ​ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ ເຜີຍ​ແຜ່​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ. ມາ​ຮອດ​ປະ​ຈຸ​ບັນ, ສູນ​ດັ່ງ​ກ່າວ ໄດ້​ເປີດ​ຊຸດ​ບຳ​ລຸງ​ສ້າງ​ພາ​ສາ​ໄທ 5 ຊຸດ ໃຫ້​ແກ່ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ເກືອບ 300 ຄົນ. ໃນ​ນັ້ນ ຈຳ​ນວນ​ນັກ​ສຶກ​ສາ​ສົນ​ໃຈ​ຈົດ​ທະ​ບຽນ​ຮຽນ​ພາ​ສາ​ໄທ​ຜ່ານ​ແຕ່​ລະ​ປີ​ແມ່ນ​ເພີ່ມ​ຂຶ້ນ​ ແລະ ມີ​ຫລາຍ​ຄົນ​ຊອກ​ໄດ້​ວຽກ​ເຮັດ​ງານ​ທ​ຳ​ ທີ່​ກ່ຽວ​ຂ້ອງ​ເຖິງ ພາ​ສາ​ໄທ ຢ່າງເໝາະ​ສົມ​.
TAG
vovworld/​ເຜີຍ​ແຜ່​ພາ​ສາ/ວັດ​ທະ​ນະ​ທຳ​ໄທ

More