VOV WorldVOV World
ພົບປະກັບນັກຮ້ອງ ໄທໃນງານປະກວດສຽງເພງ ອາຊຽນ +3
08/10/2017 12:26
(VOVWORLD) -ພາຍຫລັງໄດ້ຮັບລາງວັນ “ນັກຮ້ອງຜູ້ສະຫນິດສະຫນົມ” ທີ່ງານປະກວດສຽງເພງ ອາຊຽນ + 3 ໂດຍວິທະຍຸກະຈາຍສຽງຫວຽດນາມຈັດຂຶ້ນຢູ່ ເຊີມເຊີນ ນະຄອນ ແທງຮວາຂອງຫວຽດນາມ, ນາງ ມາຣຸທິດາ ບຸນມົງຄອນ ຫລື ເອີ້ນວ່າ ເຈັນ, ຊື່ງແມ່ນນັກຮ້ອງຫນຸ່ມມາຈາກ ນະຄອນຫລວງ ບາງກອກ ປະເທດໄທ ໄດ້ກັບຄືນກັບວຽກງານປະຈຳວັນ ຂອງຕົນ ຢູ່ ຄະນະດົນຕີ ວິທະຍຸແຫ່ງຊາດໄທ. ເຖິງວ່າ ຜົນງານບັນລຸໄດ້ຍັງບໍ່ທັນສູງປານໃດກໍຕາມ ແຕ່ຜ່ານງານປະກວດສຽງເພງ ອາຊຽນ + 3 ໄດ້ຊ່ວຍໃຫ້ນາງ ມີບົດຮຽນຫລາຍຢ່າງຕື່ມອີກ ແລະ ຍິ່ງຮັກເສັ້ນທາງສິລະປະທີ່ຕົນເອງໄດ້ເລືອກເຟັ້ນ.
ພົບປະກັບນັກຮ້ອງ ໄທໃນງານປະກວດສຽງເພງ ອາຊຽນ +3
 ນັກຮ້ອງ ມາຣຸທິດາ ດ້ວຍຮູບຊົງເປັນຕາຮັກ, ນັກຮ້ອງ ມາຣຸທິດາ ຄ້າຍຄືກັນກັບນັກຮ້ອງ Lea Salonga ຂອງ ຟິລີບປີນ ຊື່ງນາງນິຍົມຊົມຊອບທີ່ສຸດ. ມາຣຸທິດາ ຮຽນດົນຕີລະຄອນ. ປີນີ້ ນາງມີອາຍຸ 31 ປີ ແຕ່ ມາຣຸທິດາ ເລີ່ມຮ້ອງລຳທຳເພງເມື່ອມີອາຍຸ 14-15 ປີ. ໃນຄອບຄົວຂອງນາງ ບໍ່ມີຜູ້ໃດເຮັດວຽກງານສິລະປະ, ມີພຽງແຕ່ພໍ່ຂອງນາງແມ່ນຜູ້ມັກຮ້ອງເພງ ແລະ ຮູ້ຈັກດີດ ກີຕາ.
TAG
VOV/VOVworld/ດົນຕີລະຄອນ