ຜູ້ບັນຊາການປ້ອງກັນປະເທດບັນດາປະເທດ ອາຊຽນ ເຫັນດີຕໍ່ຫລັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ
23/03/2016 17:00
(vovworld)- ເປັນຄັ້ງທຳອິດໃນປະຫວັດສາດ, ບັນຫາທະເລຕາເວັນອອກໄດ້ຮັບຄວາມເຫັນດີນຳເອົາເຂົ້າຖະແຫລງການຮ່ວມຂອງກອງປະຊຸມບໍ່ເປັນທາງການຜູ້ບັນຊາການປ້ອງກັນປະເທດ ອາຊຽນ 13 (ACDFIM 13)

(vovworld)- ເປັນຄັ້ງທຳອິດໃນປະຫວັດສາດ, ບັນຫາທະເລຕາເວັນອອກໄດ້ຮັບຄວາມເຫັນດີນຳເອົາເຂົ້າຖະແຫລງການຮ່ວມຂອງກອງປະຊຸມບໍ່ເປັນທາງການຜູ້ບັນຊາການປ້ອງກັນປະເທດ ອາຊຽນ 13 (ACDFIM 13) ທີ່ຫາກໍ່ສິ້ນສຸດຢູ່ ນະຄອນຫລວງ ວຽງຈັນ ປະເທດລາວ. ໃນຖະແຫລງການຮ່ວມນີ້, ຜູ້ຕາງຫນ້າກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ໄດ້ເນັ້ນຫນັກເຖິງຄວາມຈຳເປັນກ່ຽວກັບສະພາບແວດລ້ອມແຫ່ງສັນຕິພາບຢູ່ທະເລຕາເວັນອອກ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນຢູ່ພາກພື້ນ. ສະນັ້ນ ບັນດາຝ່າຍຄວນປະຕິບັດຖະແຫລງກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງປະມວນຂໍ້ກຳນົດການປະພຶດຢູ່ ທະເລຕາເວັນອອກ (COC) ໂດຍໄວ.
TAG
vovworld/ອາດຊະຍາກຳຂ້າມຊາດ
Related








