VOV WorldVOV World
ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ຫວຽດນາມ
24/12/2016 17:00
(vovworld)- ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ພັດ​ທະ​ນາ​ໃນ​ຫລາຍ​ຂົງ​ເຂດ, ໃນ​ນັ້ນ ການ​ສຶກ​ສາ ບຳ​ລຸງ​ສ​້າງ​ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ.
ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ຫວຽດນາມ
(vovworld)- ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ພັດ​ທະ​ນາ​ໃນ​ຫລາຍ​ຂົງ​ເຂດ, ໃນ​ນັ້ນ ການ​ສຶກ​ສາ ບຳ​ລຸງ​ສ​້າງ​ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ. ໄລ່​ຮອດ​ປີ 2015, ມີ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ປະ​ມານ 3000 ຄົນ ພວມ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ. ສະ​ເພາະ​ໃນ​ປີ 2015, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສະ​ຫງວນ​ທຶນ​ການ​ສຶກ​ສາໄລ​ຍະ​ຍາວ ແລະ ໄລ​ຍະ​ສັ້ນ​ໃຫ້​ແກ່ນັກ​ສຶກ​ສາກຳ​ປູ​ເຈຍ 1045 ຄົນ. ຄຽງ​ຄູ່​ກັນ​ນັ້ນ, ນັກ​ສຶກ​ສາ​ກຳ​ປູ​ເຈຍ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ໂຮງ​ຮຽນ, ຄູ​ອາ​ຈານ​ກໍ​ຄື​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ​ເພື່ອ​ມີ​ຄວາມອຸ່ນ​ອ່ຽນໃຈໃນ​ການ​ຮ່ຳ​ຮຽນ, ຍາດ​ໄດ້​ຜົນ​ງານ​ດີທີ່ສຸດ.
TAG
vovworld/​ສະ​ເຫລີມ​ສະ​ຫລອງ