VOV WorldVOV World
ສະມາຄົມມິດຕະພາບ ຫວຽດນາມ -ອິນໂດເນເຊຍ, ຂົວຕໍ່ການພົວພັນ ລະຫວ່າງສອງປະເທດ
27/09/2015 09:42
(vovworld)- ໃນ​ 60 ປີ​ຜ່ານ​ມາ, ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ
ສະມາຄົມມິດຕະພາບ ຫວຽດນາມ -ອິນໂດເນເຊຍ, ຂົວຕໍ່ການພົວພັນ ລະຫວ່າງສອງປະເທດ
(vovworld)- ໃນ​ 60 ປີ​ຜ່ານ​ມາ, ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ຍົກ​ຂຶ້ນ​ສູ່​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ. ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 60 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ (30/12/1955-30/12/2015), ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ 3 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ໄດ​້​ກຳ​ນົດ​ຫນ້າ​ທີ່​ຈຸດ​ສຸມ ແມ່ນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ຫລາຍ​ຮູບ​ການ.
TAG
vovworld/ສະ​ມາ​ຄົມ​ມິດ​ຕະ​ພາບ