VOV WorldVOV World
ສະມາຄົມນັກຂ່າວຫວຽດນາມແລະໄທເປີດກວ້າງການຮ່ວມມືໃນຂົງເຂດບຳລຸງສ້າງພາສາຕ່າງປະເທດໃຫ້ແກ່ນັ
17/11/2017 08:59
(VOVWORLD) -ພາຍຫລັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ຄວາມຕ້ອງການດ້ານຂໍ້ມູນຂ່າວສານກ່ຽວກັບບັນດາປະເທດສະມາຊິກ ອາຊຽນ ຂອງປະຊາຊົນບັນດາປະເທດແມ່ນເພີ່ມຂຶ້ນສູງ. ສິ່ງດັ່ງກ່າວຮຽກຮ້ອງບັນດາຜູ້ເຮັດວຽກງານການຂ່າວ ຕ້ອງຝຶກຝົນຫລໍ່ຫລອມໃຫ້ຕົນເອງມີຄວາມຮູ້ດ້ານພາສາຕ່າງປະເທດ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງແຕ່ລະປະເທດ. ໂດຍກຳແຫນ້ນຄວາມຕ້ອງການນັ້ນ, ສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວໄທ ໄດ້ມີການຮ່ວມມືໃນການຈັດຕັ້ງບັນດາຊຸດບຳລຸງພາສາໄທ ແລະ ພາສາຫວຽດນາມ ໃຫ້ແກ່ນັກຂ່າວຂອງສອງປະເທດ. ເຂົ້າຮ່ວມຊຸດຮຽນນີ້, ບັນດານັກຂ່າວສອງປະເທດ ຈະມີໂອກາດໄດ້ສຳຜັດກັບພາສາຕ່າງປະເທດໃຫມ່, ມີຄວາມເຂົ້າໃຈຕືື່ມອີກກ່ຽວກັບພື້ນຖານວັດທະນະທຳຂອງກັນ.
ສະມາຄົມນັກຂ່າວຫວຽດນາມແລະໄທເປີດກວ້າງການຮ່ວມມືໃນຂົງເຂດບຳລຸງສ້າງພາສາຕ່າງປະເທດໃຫ້ແກ່ນັ
ໃນຫ້ອງຮຽນ ຢູ່ ສຳນັກງານສະມາຄົມນັກຂ່າວຫວຽດນາມ, ມີນັກສຳມະນາກອນ 20 ກວ່າ ຄົນ ພວມຕັ້ງໃຈຮັບຟັງອາຈານແນະນຳວິທີຜັນສຽງພາສາໄທ. ບັນດານັກສຳມະນາກອນເຂົ້າຮ່ວມຊຸດຮຽນນີ້ ສ່ວນຫລາຍແມ່ນບັນດານັກຂ່າວມາຈາກຊ່ອງກະຈາຍສຽງ, ໂທລະພາບ, ຫນັງສືພິມອື່ນໆຢູ່ຫວຽດນາມ. ໃນນັ້ນ ມີບັນດາພະນັກງານເຮັດວຽກຢູ່ສະມາຄົມນັກຂ່າວຫວຽດນາມ. ຊຸດຮຽນພາສາໄທ ແມ່ນເລີ່ມຕົ້ນທ້າຍເດືອນກັນຍາ ແລະ ດຳເນີນໃນຕອນເຊົ້າວັນເສົາປະຈຳອາທິດ ດ້ວຍເວລາກວ່າ 3 ຊົ່ວໂມງ. ສຳລັບບັນດານັກສຳມະນາກອນແລ້ວ, ນີ້ເປັນຄັ້ງທຳອິດເຂົາເຈົ້າມີໂອກາດໄດ້ສຳຜັດກັບພາສາຕ່າງປະເທດໃຫມ່. ນັກຂ່າວຫງວຽນວັນບີງ ມາຈາກຫນັງສືພິມກົດໝາຍ ແລະ ນັກຂ່າວຫງວຽນຢູຍແທງ ມາຈາກວິທະຍຸກະຈາຍສຽງໂທລະພາບ ຮ່າໂນ້ຍ ໃຫ້ຮູ້ວ່າ: “ສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ ມີການພົວພັນອັນດີງາມກັບສະມາຄົມນັກຂ່າວໄທ, ພິເສດ ສະມາຄົມນັກຂ່າວໄທ ສາຂາ ຢູ່ ຊຽງໃຫມ່. ແຕ່ລະປີ, ພວກຂ້າພະເຈົ້າ ຈັດຕັ້ງບັນດາລາຍການພົບປະແລກປ່ຽນລະຫວ່າງບັນດາສາຂາສະມາຄົມນັກຂ່າວ. ຂ້າພະເຈົ້າເຂົ້າຮ່ວມຊຸດຮຽນພາສາໄທນີ້ ເພື່ອສາມາດແລກປ່ຽນໂດຍກົງກັບນັກຂ່າວໄທກ່ຽວກັບວິຊາສະເພາະ ແລະ ການພົວພັນລະຫວ່າງສະມາຊິກສະມາຄົມນັກຂ່າວສອງປະເທດ. ຂ້າພະເຈົ້າມັກຮຽນພາສາໄທທີ່ສຸດ.”  ນັກຂ່າວໄທເຂົ້າຮ່ວມຊຸດບຳລຸງພາສາຫວຽດ “ຂ້າພະເຈົ້າແມ່ນນັກຂ່າວ ສະນັ້ນ ເຄີຍມີໂອກາດໄດ້ພົບປະກັບເພື່ອນມິດສາກົນຫລາຍຄົນ, ໃນນັ້ນ ມີນັກຂ່າວໄທ. ຂ້າພະເຈົ້າຄິດວ່າ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ພາສາຂອງບັນດາປະເທດສະມາຊິກ ອາຊຽນ ແມ່ນມີຄວາມຈຳເປັນທີ່ສຸດ ສະນັ້ນ ແນ່ນອນວ່າ ຂ້າພະເຈົ້າຈະສືບຕໍ່ຮຽນພາສາໄທ ແລະ ຈະນຳໃຊ້ພາສາໄທເພື່ອຮັບໃຊ້ວຽກງານຂອງຕົນ.” ເມື່ອຕີລາຄາກ່ຽວກັບຊຸດຮຽນພາສາໄທ, ອາຈານ ຈີ້ງທິທູຮ່າ, ຄູສອນພາສາໄທ ສັງກັດ ສູນພາສາຕ່າງປະເທດ ແລະ ວັດທະນະທຳໄທ - ມະຫາວິທະຍາໄລ ຮ່າໂນ້ຍ ໃຫ້ຮູ້ວ່າ: “ແຕ່ລະຊົ່ວໂມງຮຽນ, ບັນດານັກສຳມະນາກອນ ໄດ້ຮຽນຕາມບັນດາຫົວເລື່ອງຄື: ການທັກທາຍສະບາຍດີ, ແນະນຳກ່ຽວກັບຕົນເອງ, ບັນດາການດຳເນີນຊີວິດປະຈຳວັນ.. ຄຽງຄູ່ກັນນັ້ນ ຂ້າພະເຈົ້າພະຍາຍາມແນະນຳ ງານບຸນຕ່າງໆຂອງໄທອີກ. ບັນດານັກສຳມະນາກອນ ມີຄວາມຕັ້ງໃຈຮຽນ ແລະ ມັກຮຽນພາສາໄທທີ່ສຸດ.”         ນີ້ເປັນຄັ້ງທຳອິດ ສະມາຄົມນັກຂ່າວຫວຽດນາມ ສົມທົບກັບສະມາຄົມນັກຂ່າວໄທ ຈັດຕັ້ງຊຸດບຳລຸງພາສາໄທໃຫ້ແກ່ນັກຂ່າວຫວຽດນາມ. ສິ້ນສຸດຊຸດຮຽນ, ນັກສຳມະນາກອນສອງຄົນທີ່ຍາດໄດ້ຄະແນນສູງສຸດຈະມີກາລະໂອກາດໄດ້ໄປຝຶກຫັດຢູ່ບັນດາອົງການສື່ມວນຊົນຂອງໄທໃນເວລາ ອາທິດຫນຶ່ງ. ທ່ານ ອະນຸຈາ ຈະເຣີນໂພ ຮອງປະທານຮັບຜິດຊອບບັນຫາສາກົນ ສະມາຄົມນັກຂ່າວໄທ ໃຫ້ຮູ້ວ່າ:
TAG
VOV/VOVworld/ນັກສຳມະນາກອນ