VOV WorldVOV World
ສື່ມວນຊົນ ອາຊຽນ ພ້ອມແລ້ວໃຫ້ການສ້າງຕັ້ງປະຊາຄົມ ອາຊຽນ ປີ 2015
08/12/2015 10:52
(vovworld)- ຍັງ​ມີ​ເວ​ລາບໍ່​ທັນ​ຮອດ​ເດືອນ​ຫນຶ່ງ, ປະ​ຊາ​ຄ​ົມ ອາ​ຊຽນ ຈະ​ກາຍ​ເປັນ​ປະ​ຊາ​ຄົມ​ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ 3 ເສົາ​ຄ້ຳຄື
ສື່ມວນຊົນ ອາຊຽນ ພ້ອມແລ້ວໃຫ້ການສ້າງຕັ້ງປະຊາຄົມ ອາຊຽນ ປີ 2015
(vovworld)- ຍັງ​ມີ​ເວ​ລາບໍ່​ທັນ​ຮອດ​ເດືອນ​ຫນຶ່ງ, ປະ​ຊາ​ຄ​ົມ ອາ​ຊຽນ ຈະ​ກາຍ​ເປັນ​ປະ​ຊາ​ຄົມ​ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ 3 ເສົາ​ຄ້ຳຄື: ການ​ເມືອງ ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ ສັງ​ຄົມ. ນີ້​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຮ່ວມ​ສ​ຳ​ພັນ ແລະ ສ່ອງ​ແສງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ຂອງ ອາ​ຊຽນ ພາຍ​ຫລັງ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ. ໃນ​ສະ​ພາບ​ການ ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ ທັງ​ຢູ່​ໃນພາ​ກ​ພື້ນ ແລະ ໃນ​ໂລກ, ​ຈ​ຳ​ເປັນຕ້ອງ​ມີ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ ຂອງ​ສື່ມວນ​ຊົນ​ໃນ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຖ​ະ​ແຫລງ​ຂ່າວ, ໂຄ​ສະ​ນາ​, ຮັກ​ສາ​ສັນ​ຕິ​ພ​າບ, ຄວາ​ມ​ສາ​ມັກ​ຄີ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.
TAG
vovworld/ປະ​ຊາ​ຄົມ ອາ​ຊຽນ