ຮູບແບບສອນພາສາອັງກິດ ຢູ່ ໄທ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ
05/11/2017 03:00
(VOVWORLD) -ໂດຍແມ່ນປະເທດສະມາຊິກ ອາຊຽນຫນຶ່ງ, ລັດຖະບານ ໄທ ເຂົ້າໃຈແຈ້ງຄວາມສຳຄັນຂອງ ພາສາ ອັງກິດ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ. ສິ່ງດັ່ງກ່າວແມ່ນກ່ຽວຂ້ອງເຖິງການພັດທະນາຫລັກສູດ ຮຽນພາສາ ອັງກິດ ຢູ່ ບັນດາຮາກຖານການສຶກສາຢູ່ປະເທດ ໄທ. ລັດຖະບານ ໄທ ກໍ່ໄດ້ສຸມໃສ່ພັດທະນາທັກສະໃນການສິດສອນ ແລະ ການທັກທາຍດ້ວຍພາສາອັງກິດໃຫ້ແກ່ບັນດາຄູອາຈານ.

ພວກນ້ອງນັກຮຽນ ຢູ່ ໂຮງຮຽນ ມັດທະຍົມ “ນ້ອງຄິດວ່າ ນີ້ແມ່ນສິ່ງດີທີ່ສຸດ ເພາະກ່ອນທີ່ເຂົ້າມາຮຽນຢູ່ນີ້ ນ້ອງບໍ່ກ້າເວົ້າພາສາ ອັງກິດ ເຖິງວ່າ ນ້ອງມີຄວາມເຂົ້າໃຈຢູ່. ຫລັກສູດສອນພາສາອັງກິດ ໄດ້ຊ່ວຍໃຫ້ນ້ອງມີຄວາມກ້າວຫນ້າໃນຫລາຍດ້ານ. ຈາກຫລັກສູດສອນພາສາອັງກິດຕະຫລອດຮອດບັນດາຊົ່ວໂມງຮຽນ ລ້ວນແຕ່ແມ່ນຄູອາຈານຕ່າງປະເທດສອນ. ນອກນັ້ນ ພວກອ້າຍເອື້ອຍຢູ່ຫ້ອງຮຽນສູງກວ່າ ກໍ່ຊ່ວຍນ້ອງຫລາຍຢ່າງ. ນີ້ແມ່ນສະພາບແວດລ້ອມດີທີ່ສຸດ.” “ນ້ອງເລືອກເຟັ້ນໂຮງຮຽນມັດທະຍົມ ວັດນາຍຣົງ ຍ້ອນຢູ່ທີ່ນີ້ມີຫລັກສູດສອນດ້ວຍພາສາອັງກິດ. ຄູອາຈານຢູ່ໂຮງຮຽນສ່ວນຫລາຍແມ່ນຊາວຕ່າງປະເທດ. ແລະ ໝູ່ເພື່ອນຢູ່ໂຮງຮຽນກໍ່ສະຫນິດສະຫນົມທີ່ສຸດ. ນ້ອງມັກຮຽນຢູ່ໂຮງຮຽນນີ້ຫລາຍ.” ນັ້ນແມ່ນຄວາມແບ່ງປັນຂອງນ້ອງທະສຸພັງ ເຣືອງທະນະພັກດີ ແລະ ນ້ອງ William Goh ນັກຮຽນຢູ່ໂຮງຮຽນມັດທະຍົມ ວັດນາຍຣົງ ທີ່ ນະຄອນຫລວງ ບາງກອກ ກ່ຽວກັບລາຍການສຶກສາດ້ວຍພາສາອັງກິດຂອງກະຊວງສຶກສາໄທ. ຢູ່ທີ່ນີ້ ບັນດາວິຊາຮຽນຄື: ພາສາໄທ, ກົດໝາຍ, ສັງຄົມວິທະຍາ, ວັດທະນະທຳ ແລະ ມູນເຊື້ອໄທ ແມ່ນສອນດ້ວຍພາສາໄທ. ສ່ວນວິຊາຍັງເຫລືອລ້ວນແຕ່ສອນດ້ວຍພາສາ ອັງກິດ. ມີທັງໝົດ 3 ຫລັກສູດ ສະຫງວນໃຫ້ແກ່ນັກຮຽນ: EP Englinhs Program, ຫລັກສູດສອນດ້ວຍພາສາອັງກິດຢູ່ທັງໝົດວິຊາ; MEP Mini English Program ຫລັກສູດສອນດ້ວຍພາສາອັງກິດ ຢູ່ 3 ວິຊາ ນັ້ນແມ່ນ ພາສາອັງກິດ, ວິທະຍາສາດ ແລະ ຄະນິດສາດ, IEP Integrated English Program ຫລັກສູດຮຽນພາສາອັງກິດກັບອາຈານແມ່ນຊາວຕ່າງປະເທດ. ທ່ານ ສຸຣະພົງ ງາມສົມ ອະທິການບໍດີ ໂຮງຮຽນມັດທະຍົມ ວັດນາຍຣົງໃຫ້ຮູ້ວ່າ:
TAG
VOV/VOVworld/ຮຽນພາສາອັງກິດ
Related








