10 ເຫດການ ແລະ ບັນຫາພົ້ນເດັ່ນພາຍໃນປະເທດປີ 2020 ໂດຍ VOV ຄັດເລືອກ
30/12/2020 05:59
(VOVWORLD) - ເຫດການທີ 1: ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນອາຍຸການ 2020 – 2025 ຊຶ່ງມີການປ່ຽນແປງໃໝ່ຫລາຍຢ່າງ ແລະ ປະສົບຜົນສຳເລັດ

ປີ 2020, ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນນັບແຕ່ຂັ້ນຮາກຖານຈົນເຖິງຂັ້ນຂຶ້ນກັບສູນກາງໄດ້ຈັດຕັ້ງຂຶ້ນຢ່າງປະສົບຜົນສຳເລັດໃນຫລາຍດ້ານ. ບັນດາເນື້ອໃນທີ່ສຳຄັນຂອງກອງປະຊຸມໃຫຍ່ໄດ້ຮັບການປຶກສາຫາລື, ພິຈາລະນາ ແລະ ຕັດສິນໃຈດ້ວຍຈິດໃຈປະຊາທິປະໄຕ, ພູມປັນຍາ ແລະ ມີຄວາມຮັບຜິດຊອບ, ເປັນຕົ້ນແມ່ນຂອດການກະກຽມຮ່າງເອກະສານກອງປະຊຸມໃຫຍ່ ແລະ ວຽກງານບຸກຄະລາກອນ. ພາບປະກອບ/vov.vn ອົງຄະນະພັກແຕ່ລະແຫ່ງລ້ວນແຕ່ຕິດຕາມຢ່າງຊິດຕິດກັບສະພາບການ, ຈຸດພິເສດສະເພາະຂອງຕົນ ເພື່ອສ້າງທິດທາງ ແລະ ມາດຕະການໃຫ້ເໝາະສົມ, ສ້າງບາດກ້າວພັດທະນາກ່ຽວກັບປະລິມານ ແລະ ຄຸນນະພາບ. ອັດຕາສະມາຊິກໃນຄະນະພັກເປັນເພດຍິງ, ຊົນເຜົ່າສ່ວນໜ້ອຍ, ໄວໜຸ່ມແມ່ນສູງກ່ວາເມື່ອທຽບໃສ່ກັບບັນດາອາຍຸການກ່ອນ, ເລຂາຄະນະພັກແຂວງ, ນະຄອນຄົນໃໝ່ໃນເກນອາຍຸແຕ່ 40 - 50 ກວມເຖິງ 43%. ພາບປະກອບ/vov.vn
TAG
VOV/VOVworld/ການເມືອງ/ໂຄວິດ-19/ອາຊຽນ/ການປ້ອງກັນຊາດ
Related








