VOV WorldVOV World
15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
01/04/2019 09:17
(VOVWORLD) - ໃນສະພາບການລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ, ການຮ່ວມມືຢູ່ທະເລ, ໃນນັ້ນມີການຮ່ວມມືຮ່ວມກັນຂຸດຄົ້ນສິນໃນນໍ້າຢູ່ອ່າວພາກເໜືອ ແມ່ນຈຸດໜຶ່ງທີ່ພົ້ນເດ່ັນ. ພາຍຫຼັງໄລຍະ 15 ປີ ແຫ່ງການລົງນາມໃນສັນຍາແບ່ງກໍານົດເຂດອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດ ແລະ ຜັນຂະຫຍາຍປະຕິບັດ ໄດ້ປະກອບສ່ວນສ້າງສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດອ່າວພາກເໜືອ.
15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
ສັນຍາຮ່ວມມືອາຊີບຫາປາຢູ່ເຂດອ່າວພາກເໜືອລະຫວ່າງຫວຽດນາມ - ຈີນ ແມ່ນໜຶ່ງໃນບັນດາສັນຍາສໍາຄັນ, ມີຄວາໝາຍປະຫວັດສາດໃນການເຈລະຈາແບ່ງກໍານົດເຂດອ່າວພາກເໜືອລະຫວ່າງສອງປະເທດ. ສັນຍາຮ່ວມມືໃນອາຊີບຫາປາລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດນັບແຕ່ປີ 2004, ເຊິ່ງມີຜົນສັກສິດພາຍໃນ 12 ປີ ແລະ ຕໍ່ກໍານົດເວລາອີກ 3 ປີ.         ຕາມສັນຍາສະບັບດັ່ງກ່າວແລ້ວ, 2 ຝ່າຍໄດ້ສ້າງຕັ້ງເຂດຫາປາລວມ ກວ້າງ 33.500 km2, ເຊິ່ງມີຂອບເຂດນັບແຕ່ເສັ້ນຂະໜານ 20 ລົງໄປຮອດເສັ້ນປິດປາກອ່າວພາກເໜືອ, ຫ່າງຈາກເສັ້ນແບ່ງກໍານົດໄປແຕ່ລະຝ່າຍປະມານ 30,5 ໄມ. ກໍານົດເວລາຂອງເຂດຫາປາລວມແມ່ນ 15 ປີ, ເຊິ່ງລວມມີ 12 ປີເຄື່ອນໄຫວເປັນທາງການ ແລະ ສາມາດຕໍ່ກໍານົດເວລາຕື່ມອີກ 3 ປີ.
TAG
VOV/VOVworld/ສິນໃນນໍ້າ/ສິນທະເລ/ຊາວປະມົງ/ອ່າວພາກເໜືອ

More