ເລື່ອງ​ຮັກ​ສາ​ທ່າ​ເຕີບ​ໂຕ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງ​ທຶນ​ຮຽກ​ຮ້ອງ​ໃຫ້​ທົ່ວ​ລະ​ບົບ​ການ​ເມືອງ​ຕ້ອງ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຢູ່ໃນ​ລະ​ດັບ​ສູງ​ສຸດ.

ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ຢ່າງ​ຂ້ຽວ​ຂາດ

ຈາກການ​ຊີ້​ນຳ​ຂອງ​ສູນ​ກາງ​, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ພາກ​ສ່ວນ​ຕ່າງໆ ລ້ວນ​ແຕ່ເພີ່ມ​​ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດຄຳ​ສັ່ງ​ຊີ້​ນຳ​.

ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຕີບ​ໂຕ​ອຸດ​ສາ​ຫະ​ກຳ 6 ເດືອນ​ທ້າຍ​ປີ 2026 ໃຫ້​ໄດ້ປະ​ມານ 12 – 14%, ທ່ານ ຟ້າມ​ວັນ​ກວັນ, ຮອງ​ຫົວ​ໜ້າ​ກົມ​ອຸດ​ສາ​ຫະ​ກຳ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ ໄດ້​ຮີບ​ເຮັ່ງ​ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ​້າ, ໃນ​ນັ້ນ ຕະ​ຫຼາດ​ມີ​ບົດ​ບາດ​ນຳ​ພາ, ພະ​ລັງ​ງານ​ຮ່ວມ​ເດີນ​ທາງ ແລະ ອຸດ​ສາ​ຫະ​ກຳ​ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ ເພື່ອ​ຜັນ​ຂະ​ຫຍາຍ, ແນ​ໃສ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ. ທ່ານ​ກ່າວ​ວ່າ:

“ທີ​ໜຶ່ງ, ຈັດເນື້ອ​ທີ່​ດິນ​ກວ້າງ​ຂວາງຢ່າງ​ພຽງ​ພໍ ເພື່ອ​ດຶງ​ດູດ​​ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່, ບັນ​ດາ​ກຸ່ມບໍ​ລິ​ສັດ​ເຂົ້າມາ​​ລົງ​ທຶນ. ທີ​ສອງ​ແມ່ນ, ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ໃນ​ໂຄງ​ການ​ໄຟ​ຟ້າ​ຂະ​ໜາດໃຫຍ່, ເພື່ອ​ພັດ​ທະ​ນາ, ​ຕອບ​ສະ​ໜອງ ​ມາດ​ຖານ​ກ່ຽວ​ກັບ​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ ກ່ອນ​ທີ່​ຜັນ​ຂະ​ຫຍາຍບັນ​ດາ​ໂຄງ​ການ​ເຫຼົ່າ​ນັ້ນ​. ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຕະຫຼາດ, ຊຸກ​ຍູ້​ຕະຫຼາດ​ສົ່ງ​ອອກ ໄປ​ຄ​ຽງ​ຄູ່​ກັບ​ການ​ເປີດກວ້າງ​ຕະຫຼາດ​ພາຍ​ໃນ​ປະ​ເທດ.”

ໃນ​ຂະ​ນະ​ນັ້ນ, ເພື່ອ​ຍົກ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ເຊິ່ງ​ເປັນ​ຂົງ​ເຂດ​ທີ່​ປະ​ກອບມາດ​ຕາ​ຖ່ວງ​ສົ່ງ​ອອກ​ສູງຂອງ ຫວຽດ​ນາມ, ​ໃຫ້ຫຼາຍກວ່າ 12 ຕືິ້ USD ໃນປີ 2026 ນັ້ນ, ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດ​ນາມ (VASEP) ພວມ​ຍູ້​ແຮງ​ການ​ເຂົ້າ​ເຖິງ​ບັນ​ດາ​ຕະຫຼາດ​ອື່ນ, ໄປ​ຄ​ຽງ​ຄູ່​ກັບ​ບັນ​ດາ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ. ທ່ານ​ນາງ ເລ​ຮັ່ງ, ຮອງ​ເລ​ຂາ​ນຸ​ການ ສະ​ຫະ​ສະ​ມາ​ຄົມ VASEP ເນັ້ນ​ໜັກ​ວ່າ:

“ຕະຫຼາດ ຈີນ ຍັງ​ມີ​ໂອ​ກາດ​ເຕີບ​ໂຕ​ຢ່າງ​ແຮງ, ໂດຍ​ສະ​ເພາະ​ແມ່ນ​ສຳ​ລັບ​ກຸ້ງ​ຊະ​ນິດຕ່າງໆ, ຈີນ​ ຈ​ະ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ກຸ້ງລາຍ​ເສືອ, ກຸ້ງ​ມັງ​ກອນ​ຈາກ ຫວຽດ​ນາມ. ຕ້ອງ​ໝູນ​ໃຊ້ໂອ​ກາດ​ຈາກ​ບັນ​ດາ​ຕະຫຼາດ​ທີ່​ມີ​ການ​ຜັນ​ຜວນໜ້ອຍ ແລະ ພວມ​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ພູ​ມີ​ສາດ, ກ່ຽວ​ກັບ​ຄ​່າ logistics, ຄື: ອາ​ຊຽນ, ຍີ່​ປຸ່ນ, ສ.ເກົາຫຼີ… ເພີ່ມ​ມາດ​ຕາ​ຖ່ວງ​ຜະ​ລິດ​ສິນ​ຄ້າ​ປຸງ​ແຕ່ງ​ເລິກ​ຕື່ມ​ອີກ, ປົວ​ແປງ​ປະ​ສິດ​ທິ​ຜົນ​ການ​ຜະ​ລິດ​ເພື່ອ​ມີ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລາ​ຄ​າ​ແກ້ງ​ແຍ້ງ​ດີກວ່າ”.

ທ້ອງ​ຖິ່ນ​ຕ່າງໆ​ກໍ​ພວມ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ສູງ​ໃນ​ການ​ຫັນ​ເປົ້າ​ໝາຍ​ເຕີບ​ໂຕ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ບົນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ສະ​ເພາະ​ຂອງ​ແຕ່​ລະ​ເຂດ​ພາກ.

ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ

ນະ​ໂຍ​ບາຍ​ຊີ້​ຄາດ​ແຕ່​ລະ​ສະ​ບັບ​ ພວມ​ໄດ້​ຜັນ​ຂະ​ຫຍາຍ​ດ້ວຍ​ຈິດ​ໃຈ​ຮີບ​ເຮັ່ງ, ຂ້ຽວ​ຂາດ, ເພາະ​ວ່າ ໝາກ​ຜົນ​ຂອງ 6 ເດືອນ​ທ້າຍ​ປີ ຈະ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ຊຸມ​ປີ​ຕໍ່​ໄປ.

ໃນ​ກອ​ງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາໃນ 6 ເດືອນ​ຕົ້ນ​ປີ, ໜ້າ​ທີ່ 6 ເດືອນ​ທ້າຍ​ປີ ​ທີ່​ດຳ​ເນີນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງວ່າ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ແມ່ນ​ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ​້, ຮັບ​ປະ​ກັນ​ຄວາມດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະຫຼາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສ​ະ​ເໜີ​ວ່າ:

“ຂະ​ແໜງ​ໃດ​, ທ້ອງ​ຖິ່ນ​ໃດ​ທີ່​ໄດ້ບັນ​ລຸ​ ແລະ ລື່ນ​ກາຍ​ເປົ້າ​ໝາຍ​ເຕີບ​ໂຕ​ໃນ 6 ເດືອນ​ຕົ້ນ​ປີ​ແລ້ວ ຈະ​ສືບ​ຕໍ່​ສູ້​ຊົນ​ເພື່ອ​ບັນ​ລຸ​ລະ​ດັບ​ສູງກວ່າອີກ. ບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃດ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ແມ່ນ​ຕ້ອງ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​​ໃຫ້ສຳ​ເລັດ, ພິ​ເສດ​ແມ່ນ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ ພ້ອມ​ກັບ​ບັນ​ດາ​ທ​້ອງ​ຖິ່ນ​ທີ່​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ. ໃນ​ແຜນ​ການ​ຂອງ​ລັດ​ຖະ​ບານ ໄດ້​ມອບ​ຄາດ​ໝາຍ, ໜ້າ​ທີ່​ໃຫ້​ແກ່​​ແຕ່ລະ​ຂະ​ແໜງ, ແຕ່​ລະ​ຂົງ​ເຂດ, ແຕ່​ລະ​ບໍ​ລິ​ເວນຢ່າງ​ລະ​ອຽດ​ແລ້ວ, ສະ​ນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ,ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ໃຫ້​ຄວາມ​ເອົາ​ໃຈ​ໃສ່ ແລະ ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ຕາມ​ແຜນ​ການ, ມາດ​ຕະ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ”.

ໄປ​ຄ​ຽງ​ຄູ່​ກັບ​ບັນ​ດາ​ເປົ້າ​ໝາຍ​ເຕີບ​ໂຕແລ້ວ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຕ້ອງ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ, ການ​ພັດ​ທະ​ນາຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ.

6 ເດືອນ​ທ້າຍ​ປີ ບໍ່​ພຽງ​ແຕ່​ແມ່ນ​ໄລ​ຍະສຸດ​ທ້າຍ​ຂອງ​ແຜນ​ການ​ທັງ​ປີ 2026 ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນກ​ານ​ທົດ​​ລອງ​ສຳ​ລັບ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ການປະ​ຕິ​ບັດ​ຂອງ​ທັງ​ລະ​ບົບ​ການ​ເມືອງ​ອີກ​ດ້ວຍ. ການສຸມ​ໃສ່​ສູງ​ສຸດ, ​ການໃຫ້​ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ, ​ການ​ກະ​ທຳ​ທີ່ຂ້ຽວ​ຂາດ ແລະ ​ການຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ ແມ່ນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນ​າ​ຕໍ່​ໄປ​ຂອງ​ປະ​ເທດ​ຊາດ ແລະ ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​​ແຫ່ງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ./.