ສ້າງຮູບແບບພັດທະນາໂດຍອີງໃສ່ສະມັດຕະພາບ, ພູມປັນຍາ, ເຕັກໂນໂລຊີ ແລະ ມະນຸດ ແມ່ນບັນດາບາດກ້າວຫັນປ່ຽນຍຸດທະສາດໂດຍ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ລະບຸແຈ້ງ ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14, ຈັດຂຶ້ນໃນວັນທີ 20 ກໍລະກົດ. ຕາມບັນດານັກຊ່ຽວຊານ, ນີ້ບໍ່ພຽງແຕ່ແມ່ນການປ່ຽນແປງຮູບແບບການພັດທະນາເທົ່ານັ້ນ ຫາກຍັງແມ່ນການປ່ຽນແປງວິທີສ້າງຊັບສິນ ແລະ ທ່າໄດ້ປຽບແຫ່ງຊາດອີກດ້ວຍ.
ໃນໄລຍະປະເທດຊາດປ່ຽນແປງໃໝ່, ແຫຼ່ງທຶນ, ແຫຼ່ງຊັບພະຍາກອນ ແລະ ແຮງງານລາຄາຖືກ ແມ່ນບັນດາກຳລັງໜູນຂອງການເຕີບໂຕຕົ້ນຕໍ ເພື່ອສ້າງບັນດາຜົນງານສຳຄັນຂອງ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການແກ່ງແຍ້ງທົ່ວໂລກໃນປະຈຸບັນ, ເລື່ອງສ້າງຮູບແບບພັດທະນາໂດຍອີງໃສ່ສະມັດຕະພາບ, ພູມປັນຍາ, ເຕັກໂນໂລຊີ ແລະ ມະນຸດ ພວມກາຍເປັນຄວາມຮຽກຮ້ອງທີ່ຈຳເປັນເພື່ອສ້າງທ່າໄດ້ປຽບ ແລະ ການເຕີບໂຕແບບຍືນຍົງໃນໄລຍະຍາວ.
ກຳລັງໜູນເຕີບໂຕໃໝ່
“ປະເທດຊາດສ້າງຊັບສິນ, ກຳລັງແກ່ງແຍ້ງດ້ວຍວິທີໃດໃນໄລຍະຍາວ?” ເພື່ອໃຫ້ມີຄຳຕອບນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ: ຕ້ອງຫັນປ່ຽນຈາກຮູບແບບເຕີບໂຕອີງໃສ່ທຶນ, ຊັບພະຍາກອນ, ແຮງງານລາຄາຖືກເປັນສ່ວນຫຼາຍນັ້ນ ໃຫ້ໄປສູ່ຮູບແບບການພັດທະນາໂດຍອີງໃສ່ສະມັດຕະພາບ, ພູມປັນຍາ, ຂໍ້ມູນ, ເຕັກໂນໂລຊີ, ນະວັດຕະກຳ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ການຄຸ້ມຄອງທັນສະໄໝ; ຜ່ານນັ້ນ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແຕ່ຍັງເຊື່ອມໂຍງຢ່າງມີປະສິດທິຜົນ.
ນີ້ແມ່ນບາດກ້າວຫັນປ່ຽນທີ່ມີຄວາມໝາຍພິເສດ ໃນສະພາບບັນດາທ່າໄດ້ປຽບທີ່ເຄີຍສ້າງເປັນລະດັບຄວາມໄວການເຕີບໂຕສູງຂອງ ຫວຽດນາມ ພວມຄ່ອຍໆຫຼຸດລົງ. ຈາກສະພາບການພັດທະນາຕົວຈິງໃນປັດຈຸບັນນັ້ນ, ທ່ານ ປອ ບຸຍຮວ່າຍເຊີນ, ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ, ຖືວ່າ:
“ນີ້ແມ່ນການຫັນປ່ຽນໂດຍພື້ນຖານ. ຫວຽດນາມ ບໍ່ສາມາດແກ່ງແຍ້ງດ້ວຍລາຄາຕ່ຳອີກ ຫາກຕ້ອງແກ່ງແຍ້ງດ້ວຍສະມັດຕະພາບ, ພູມປັນຍາ, ຂໍ້ມູນ, ເຕັກໂນໂລຊີ, ນະວັດຕະກຳ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ກຳລັງຄວາມສາມາດຄຸ້ມຄອງ. ຄວາມໝາຍຍຸດທະສາດຂອງບາດກ້າວຫັນປ່ຽນນີ້ແມ່ນເພື່ອຊ່ວຍໃຫ້ ຫວຽດນາມ ກາຍຂຶ້ນຈາກບັນດາຂອດມູນຄ່າຕ່ຳໃນລະບົບຜະລິດທົ່ວໂລກ, ຍົກສູງຄວາມສາມາດເປັນເຈົ້າ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ”.
ໃນວິວັດການຫັນປ່ຽນນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ມະນຸດ ພ້ອມກັບສະມັດຕະພາບ, ພູມປັນຍາ ແລະ ເຕັກໂນໂລຊີ ແມ່ນບັນດາເສົາຄ້ຳຂອງຮູບແບບພັດທະນາໃໝ່. ຕາມທ່ານ ປອ ບຸຍຮວ່າຍເຊີນ ແລ້ວ, ນີ້ແມ່ນຈິນຕະນາການພັດທະນາທີ່ມີລັກສະນະໄລຍະຍາວ.
“ໃນສະພາບການແກ່ງແຍ້ງທີ່ນັບມື້ນັບຂຽວຂາດນັ້ນ, ປະເທດໃດເປັນເຈົ້າພູມປັນຍາ, ເປັນເຈົ້າເຕັກໂນໂລຊີ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍ່ຈະມີຫຼາຍໂອກາດໄດ້ກຳນົດຢູ່ໃນບັນດາຂອດມີມູນຄ່າເພີ່ມສູງກວ່າ. ພິເສດ, ເລື່ອງຖືມະນຸດເປັນໃຈກາງຊີ້ໃຫ້ເຫັນວ່າ ການພັດທະນາບໍ່ພຽງແຕ່ສ້າງຊັບສິນໃຫ້ຫຼາຍກວ່າເທົ່ານັ້ນ ຫາກຍັງຕ້ອງຍົກສູງຄຸນນະພາບການດຳລົງຊີວິດ, ໂອກາດພັດທະນາ ແລະ ຄວາມຜາສຸກຂອງປະຊາຊົນ”.
ຕັ້ງມະນຸດຢູ່ໃຈກາງຂອງຮູບແບບການພັດທະນາໃໝ່ ບໍ່ພຽງແຕ່ມຸ່ງໄປເຖິງເປົ້າໝາຍເຕີບໂຕຢ່າງວ່ອງໄວກວ່າເທົ່ານັ້ນ ຫາກຍັງພັດທະນາແບບຍືນຍົງອີກດ້ວຍ.
ຫັນການປະຕິບັດກຳລັງໜູນການພັດທະນາໃຫ້ປະກົດຜົນເປັນຈິງ
ເພື່ອສ້າງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ ຕ້ອງຫັນເປັນສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ້ງ, ຫວຽດນາມ ຕ້ອງສ້າງບັນດາເງື່ອນໄຂກ່ຽວກັບລະບອບລະບຽບການ, ແຫຼ່ງກຳລັງ ແລະ ສະພາບແວດລ້ອມນະວັດຕະກຳໃຫ້ຄົບຊຸດ ໄປພ້ອມກັບການປ່ຽນແປງໃໝ່ຮູບແບບການພັດທະນາ. ເພື່ອປະຕິບັດວິໄສທັດການກຳນົດທິດນີ້ໃຫ້ປະກົດຜົນເປັນຈິງ, ທ່ານ ປອ ບຸຍຮວ່າຍເຊີນ ຖືວ່າ:
“ກ່ອນອືນໝົດ, ຕ້ອງມີການບຸກທະລຸກ່ຽວກັບລະບອບລະບຽບການ. ກົດໝາຍຕ້ອງໄປທັນກັບເຕັກໂນໂລຊີໃໝ່, ມີກົນໄກທົດລອງມີການຄວບຄຸມ, ປົກປ້ອງກຳມະສິດພູມປັນຍາ; ພ້ອມກັນນັ້ນ ກໍ່ຍົກເລີກບັນດາລະບຽບການທີ່ກີດຂວາງການລົງທຶນ ແລະ ການຫັນເຕັກໂນໂລຊີເປັນການຄ້າ. ຕ້ອງມີນະໂຍບາຍທີ່ເຂັ້ມແຂງຢ່າງພຽງພໍເພື່ອດຶງດູດ, ນຳໃຊ້ ແລະ ຮັກສາຜູ້ມີຄວາມເກັ່ງກ້າສາມາດ, ຕ້ອງນຳວິທະຍາສາດໃຫ້ກາຍເປັນໃຈກາງຂອງລະບົບນະວັດຕະກຳຊີວະພາບ. ສຸດທ້າຍ, ພວກເຮົາຕ້ອງພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີ ແລະ ຂໍ້ມູນແຫ່ງຊາດໃຫ້ຄົບຊຸດ”.
ຈາກແງ່ມູມເສດຖະກິດ, ທ່ານ ປອ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ, ກໍ່ຖືວ່າ:
“ຮູບແບບການເຕີບໂຕໃໝ່ນີ້ຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມຮຽກຮ້ອງທີ່ຈຳເປັນ, ຕົວຢ່າງຄື ແຫຼ່ງຊັບພະຍາກອນ, ລະບອບລະບຽບການ ແລະ ພິເສດແມ່ນບັນດາປັດໄຈກ່ຽວກັບວິທະຍາສາດ - ເຕັກໂນໂລຊີ. ຄືແນວນັ້ນ, ພວກເຮົາຈຶ່ງຈະສ້າງລະບອບລະບຽບການໄດ້ເປັນຢ່າງດີກວ່າ, ມີສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ ແລະ ໜູນຊ່ວຍໃຫ້ແກ່ວິວັດການຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່”.
ຄວາມຮຽກຮ້ອງຕ້ອງຫັນປ່ຽນຮູບແບບພັດທະນາໃໝ່ ໂດຍອີງໃສ່ສະມັດຕະພາບ, ພູມປັນຍາ, ເຕັກໂນໂລຊີ ແລະ ມະນຸດ ບໍ່ພຽງແຕ່ແມ່ນການປ່ຽນແປງກ່ຽວກັບກຳລັງໜູນການເຕີບໂຕເທົ່ານັ້ນ ຫາກຍັງແມ່ນພື້ນຖານເພື່ອຍົກສູງກຳລັງໜູນເນື້ອໃນ, ເພີ່ມກຳລັງແກ່ງແຍ້ງແຫ່ງຊາດ ແລະ ປະຕິບັດການຫັນເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ./.







