ທີໜຶ່ງ: ຍົກສູງກຳລັງຄວາມສາມາດການນຳພາ, ກຳອຳນາດ ແລະ ຄຸນນະພາບການບໍລິຫານຂອງພັກ ແລະ ກົງຈັກລັດ. ທີສອງແມ່ນ: ບໍລິຫານເຂດພັດທະນາຢ່າງເປັນເອກະພາບ, ເສີມຂະກຍາຍແຫຼ່ງກຳລັງແຫ່ງຊາດຢ່າງມີປະສິດທິຜົນ. ທີສາມ: ສ້າງຮູບແບບພັດທະນາທີ່ອີງໃສ່ສະມັດຕະພາບ, ພູມປັນຍາ, ເຕັກໂນໂລຢີ ແລະ ມະນຸດ. ທີສີ່: ເປັນເຈົ້າການປ້ອງກັນ, ຕ້ານ, ຍົກສູງກຳລັງຄວາມສາມາດທົນທານ, ປັບຕົວ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ.
13 ເນື້ອໃນປຶກສາຫາລືໃນກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຊຸດທີ XIV ຂຶ້ນກັບຫຼາຍຂົງເຂດ ແຕ່ພ້ອມກັນມຸ່ງໄປເຖິງເປົ້າໝາຍທີ່ສູງກວ່າ. ນັ້ນແມ່ນ: ສ້າງກຳລັງຄວາມສາມາດນຳພາ, ກຳອຳນາດ, ການບໍລິຫານ, ການເຄື່ອນໄຫວ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່. ທຸກການເລືອກເຟັ້ນ ຕ້ອງຖືຜົນປະໂຫຍດຂອງປະເທດຊາດ, ສິດ ແລະ ຜົນປະໂຫຍດອັນອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ; ປະສິດທິຜົນຍາວນານຂອງປະເທດຊາດເໜືອກວ່າສິ່ງໃດໝົດ.
ຍົກສູງກຳລັງຄວາມສາມາດນຳພາ, ກຳອຳນາດ; ບໍລິຫານເຂດພັດທະນາຢ່າງເປັນເອກະພາບ
ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລ້ວ, ການສັບຊ້ອນກົງຈັກການຈັດຕັ້ງ ໄດ້ເຮັດໃຫ້ໂຄງປະກອບກະທັດລັດກວ່າ. ແຕ່ຄວາມກະທັດລັດຈຶ່ງເປັນເງື່ອນໄຂ.
“ເປົ້າໝາຍແມ່ນພັກນຳພາຢ່າງມີປະສິດທິຜົນກວ່າ, ລັດບໍລິຫານດີກວ່າ, ກົງຈັກເຄື່ອນໄຫວຢ່າງວ່ອງໄວກວ່າ, ປະຊາຊົນໄດ້ຮັບການຮັບໃຊ້ເປັນຢ່າງດີກວ່າ, ລະດັບການດຳລົງຊີວິດຕົວຈິງຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ບາດກ້າວນີ້ ຕ້ອງຮັບປະກັນກົດລະບຽບວິໄນຢ່າງເຂັ້ມງວດ, ຈັດຕັ້ງຢ່າງຈະແຈ້ງ, ສິດອຳນາດໄດ້ຮັບການຄວບຄຸມ, ຄວາມຮັບຜິດຊອບໄດ້ຮັບການປະຕິບັດ; ຖືຄຸນນະພາບຂອງນະໂຍບາຍຊີ້ຂາດ, ປະສິດທິຜົນປະຕິບັດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເປັນໄມ້ຫຼາວັດແທກ”.
ບົດລາຍງານສະຫຼຸບໝາກຜົນ 1 ປີແຫ່ງການເຄື່ອນໄຫວຮູບແບບການຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແລະ ບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ, ລະບົບການເມືອງ 6 ເດືອນທ້າຍປີ 2026 ຕ້ອງຊ່ວຍສູນກາງຕີລາຄາຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງພາຍຫຼັງສັບຊ້ອນຄືນໃໝ່ຢ່າງແທດຈິງ, ເຊັ່ນ: ກົງຈັກເຄື່ອນໄຫວຢ່າງລຸລ່ວງບໍ, ສິດອຳນາດ ແລະ ຄວາມຮັບຜິດຊອບມີຄວາມຈະແຈ້ງບໍ່? ການຕັດສິນໄວ, ຖືກຕ້ອງບໍ່, ການຮັບໃຊ້ປະຊາຊົນ ແລະ ວິສາຫະກິດດີກວ່າເກົ່າຫຼືບໍ່?
ກ່ຽວກັບການບໍລິຫານເຂດພັດທະນາ ແລະ ແຫຼ່ງກຳລັງແຫ່ງຊາດຢ່າງເປັນເອກະພາບນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ເຂດບໍລິຫານ ບໍ່ສາມາດຈຳກັດຈິນຕະນາການພັດທະນາໄດ້.
“ທີີ່ດິນ, ທະເລ, ຕົວເມືອງ, ພື້ນຖານໂຄງລ່າງ, ຊັບພະຍາກອນ, ຂໍ້ມູນຕ້ອງໄດ້ເບິ່ງໃນມູມມອງທີ່ເປັນເອກະພາບ, ຈັດຕັ້ງຕາມຍຸດທະສາດແຫ່ງຊາດ, ທ່າໄດ້ປຽບຂອງເຂດພາກ, ປະສິດທິຜົນລວມ. ການຫັນປ່ຽນນີ້ ຕ້ອງສ້າງເຂດພັດທະນາໃໝ່, ນຳແຫຼ່ງກຳລັງເຖິງບ່ອນທີ່ນຳໃຊ້ຢ່າງມີປະສິດທິຜົນ ແລະ ມີຄວາມກົມກ່ຽວລະຫວ່າງຜົນປະໂຫຍດຂອງລັດ, ປະຊາຊົນ, ວິສາຫະກິດ, ເຊື່ອມຕໍ່ທ່າໄດ້ປຽບຂອງທ້ອງຖິ່ນໃຫ້ກາຍເປັນກຳລັງແຮງແຫ່ງຊາດ. ສູນກາງຕ້ອງເຮັດແຈ້ງຄຳຮຽກຮ້ອງຫັນຈາກການຄຸ້ມຄອງທີ່ດິນແຕ່ລະຕອນໄປສູ່ການບໍລິຫານພື້ນທີ່; ຈາກການເນັ້ນໜັກກ່ຽວກັບລະບຽບການ ໄປສູ່ການຂຸດຄົ້ນ, ສ້າງແຫຼ່ງກຳລັງ; ຈາກການຊົດໃຊ້ຊັບສິນ ໄປສູ່ການສ້າງຊີວິດຄືນໃໝ່, ຮັບປະກັນບ່ອນຢູ່, ວິທີຫາເງິນລ້ຽງຊີບ ແລະ ເງື່ອນໄຂດຳລົງຊີວິດທີ່ຄ້າຍຄືກັນ ຫຼື ດີກວ່າ. ທະເລ ແມ່ນພື້ນທີ່ຄົງຕົວ, ພັດທະນາ ແລະ ປົກປັກຮັກສາອະທິປະໄຕ; ຕ້ອງໄດ້ຮັບການບໍລິຫານແບບສັງລວມ, ເຊື່ອມຕໍ່ກັບເຂດດິນຕໍ່ແຜ່ນ, ທ່າກ່ຳປັ່ນທະເລ, logistics ແລະ ບັນດາແລວເສດຖະກິດ ແລະ ການຮ່ວມມືສາກົນ”.
ພັດທະນາອີງໃສ່ສະມັດຕະພາບ, ພຸມປັນຍາ, ເຕັກໂນໂລຢີ ແລະ ມະນຸດ
ກ່ຽວກັບສະພາບການເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ 2026, ໜ້າທີ່, ມາດຕະການຈຸດສຸມ 6 ເດືອນທ້າຍປີ 2026 ແລະ ແຜນຮ່າງປ່ຽນແປງໃໝ່ຮູບແບບການພັດທະນາ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຮຽກຮ້ອງໃຫ້ແຜນຮ່າງດັ່ງກ່າວຕ້ອງຕອບໄດ້ຄຳຖາມ: ປະເທດຊາດຈະສ້າງຊັບສິນ, ກຳລັງແຮງແກ້ງແຍ້ງດ້ວຍວິທີໃດໃນໄລຍະຍາວ?
“ໃນໄລຍະຍາວ, ຕ້ອງຫັນຈາກການເອື່ອຍອີງທຶນຮອນ, ຊັບພະຍາກອນ, ການຜະລິດສິ້ນສ່ວນ, ຄ່າແຮງງານຕ່ຳ ໄປສູ່ການເອື່ອຍອີງໃສ່ສະມັດຕະພາບ, ພຸມປັນຍາ, ຂໍ້ມູນຂ່າວສານ, ເຕັກໂນໂລຢີ, ນະວັດຕະກຳ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການບໍລິຫານທີ່ທັນສະໄໝ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງຢ່າງມີປະສິດທິຜົນ. ຕ້ອງເສີມຂະຫຍາຍບົດບາດຄຸ້ມຄອງບໍລິຫານ, ສ້າງສັນຂອງລັດ ແລະ ບົດບາດຂອງຕະຫຼາດໃນການລະດົມ, ຈັດແບ່ງແຫຼ່ງກຳລັງ; ຮັບປະກັນເສດຖະກິດຂອງລັດສວມບົດບາດຫຼັກແຫຼ່ງຢ່າງແທ້ຈິງ, ເສດຖະກິດເອກະຊົນແມ່ນແຫຼ່ງກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ; ຕິດພັນກັບການລົງທຶນຈາກຕ່າງປະເທດດ້ວຍການຖ່າຍທອດເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດພາຍໃນ. ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ປັນຍາປະດິດຕ້ອງມີການຫັນປ່ຽນກາຍເປັນສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ້ງແຍ້ງຢ່າງແທ້ຈິງ”.
ໃນສະພາບການໂລກທີ່ມີຄວາມສ່ຽງສະຫຼັບກັນ ແລະ ສົ່ງຜົນກະທົບເປັນສາຍພານນັ້ນ, ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລ້ວ, ຕ້ອງສົມທົບລະຫວ່າງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ເປີດກວ້າງເຂດພັດທະນາ ກັບການຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ ຢ່າງແໜ້ນແຟ້ນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ໝາກຜົນຂອງກອງປະຊຸມ ຕ້ອງສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງກ່ຽວກັບສະຕິຄວາມຮັບຮູ້, ຄວາມຖືກຕ້ອງຂອງນະໂຍບາຍຊີ້ຂາດ ແລະ ການຫັນປ່ຽນຕົວຈິງ. ທຸກການເລືອກເຟັ້ນຕ້ອງຖືຜົນປະໂຫຍດຂອງປະເທດຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ແລະ ປະສິດທິຜົນຍາວນານຂອງປະເທດຊາດເໜືອກວ່າສິ່ງໃດໝົດ./.







