ອາເມລິກາ ຫັນແຜນການຖອນທະຫານອອກຈາກ ອາບການິດສະຖານ ປະກົດຜົນເປັນຈິງ
27/04/2021 07:42
(VOVWORLD) -ວັນທີ 25 ເມສາ, ທ່ານພົນຕີ Austin Scott Miller, ຜູ້ບັນຊາການບັນດາກຳລັງສາກົນ ໂດຍ ອາມເລິກາ ນຳໜ້າ ຢູ່ ອາບການິດສະຖານ ຖະແຫຼງວ່າ: ອາເມລິກາ ແລະ ອົງການ ນາໂຕ ເລີ່ມຖອນທະຫານອອກຈາກ ອາບການິດສະຖານ ແລ້ວ. ຄຳຖະແຫຼງດັ່ງກ່າວຖືກຖືວ່າ ແມ່ນບາດກ້າວຫັນຄຳໝັ້ນສັນຍາຖອນທະຫານອອກຈາກສະໜາມຮົບ ອາຊີໃຕ້ ໃຫ້ປະກົດຜົນເປັນຈິງ ຊື່ງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກອອກມາກ່ອນນັ້ນ.

(ພາ ບປະກອບ: TTXVN) ຕາມຄຳຖະແຫຼງຂອງຜູ້ບັນຊາການບັນດາກຳລັງສາກົນໂດຍ ອາເມລິກາ ນຳໜ້າຢູ່ ອາບການດສະຖານ ແລ້ວ, ສຳພັນທະມິດສາກົນ ໄດ້ເລີ່ມຖອນທະຫານໃນຖານທີ່ໝັ້ນຫຼາຍແຫ່ງຢູ່ ອາບການິດສະຖານ ແລະ ພາຍຫຼັງໄດ້ສີ້ນສຸດການຖອນທະຫານ, ຖານທີ່ໝັ້ນ ທັງໝົດຈະຖືກມອບສົ່ງໃຫ້ກຳລັງປະກອບອາວຸດຂອງ ອາບການິດສະຖານ. ຖະແຫຼງການໄດ້ຍົກອອກມາພາຍຫຼັງພຽງ 2, 3 ວັນທີ່ທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ໄດ້ເປີດເຜີຍແຜນການຂອງກຸ່ມການທະຫານນີ້ ກ່ຽວກັບເລື່ອງຈະເລີ່ມຖອນທະຫານອອກຈາກ ອາບການິດສະຖານ ນັບແຕ່ວັນທີ 1 ພຶດສະພາເປັນຕົ້ນໄປ ແລະ ວິວັດການນີ້ຈະສີ້ນສຸດລົງໃນເວລາ 2, 3 ເດືອນ.
TAG
VOV/VOVworld/ອາເມລິກາ/ຖອນທະຫານ/ອາບການິດສະຖານ/ທ່ານພົນຕີ Austin Scott Miller/ອາຊີໃຕ້/ຄວາມສ່ຽງ/ສິ່ງທ້າທາຍ
Related
More







