VOV WorldVOV World
ອາ​ຊຽນ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
25/11/2020 09:00
(VOVWORLD) -ທະເລຕາເວັນອອກ ແມ່ນເຂດທະເລຍຸດທະສາດຢູ່ ອາຊີ ພວມນັບມື້ນັບດຶງດູດຄວາມສົນໃຈຈາກສາກົນ, ໃນນັ້ນ ມີການແກ້ງແຍ່ງຍຸດທະສາດຂອງບັນດາປະເທດໃຫຍ່ພວມພົ້ນເດັ່ນຂຶ້ນນັບມື້ນັບຮ້າຍແຮງ. ໄລຍະຜ່ານມາ ຫລາຍປະເທດຢູ່ແຄມທະເລຕາເວັນອອກ ລະອຽດແມ່ນ ອາຊຽນ ໄດ້ສະແດງທັດສະນະ, ເຮັດແຈ້ງຫລັກໝັ້ນດ້ານນິຕິກຳຢູ່ ທະເລຕາເວັນອອກ ຜ່ານບັນດາຈົດໝາຍການທູດທີ່ໄດ້ແລກປ່ຽນຢູ່ ສະຫະປະຊາຊາດ ພ້ອມກັບບັນດາຄຳຖະແຫລງຢ່າງລະອຽດ. ຜ່ານນັ້ນ ໄດ້ຊີ້ໃຫ້ເຫັນວ່າ ບັນດາປະເທດ ນັບມື້ນັບຖືເປັນສຳຄັນບົດບາດ ແລະ ຄຸນຄ່າດ້ານກົດໝາຍສາກົນ, ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາຄວາຂັດແຍ້ງກັນຢູ່ທະເລຕາເວັນອອກ.
ອາ​ຊຽນ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ ພາບ: vietnam+ ທະເລຕາເວັນອອກ ແມ່ນເຂດຊື່ງຢູ່ທີ່ນີ້ ມີຫລາຍປະເທດຢູ່ພາຍໃນ ແລະ ນອກພາກພື້ນ ລ້ວນແຕ່ມີຜົນປະໂຫຍດລວມ ເພາະນີ້ແມ່ນເຂດຍຸດທະສາດ, ແມ່ນພູມສາດເສດຖະກິດ, ການພົວພັນດ້ານການຄ້າທາງທະເລຢ່າງເສລີ. ປະເທດໃດກໍ່ຢາກມີຄວາມເສລີໃນການເດີນທະເລ, ການຄ້າ, ການສັນຈອນໄປມາ ໄດ້ຮັບປະກັນຢູ່ເຂດນີ້. ສຳລັບ ອາຊຽນ ເຂດນີ້ຍິ່ງມີຄວາມສຳຄັນ ເພາະປະເທດສະມາຊິກສ່ວນຫລາຍລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງຜົນປະໂຫຍດຈາກທະເລຕາເວັນອອກ.
TAG
VOV/VOVworld/ທະເລຕາເວັນອອກ/ຈົດໝາຍການທູດ/ພູມສາດເສດຖະກິດ