VOV WorldVOV World
ອາເມລິກາ ຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງ
29/06/2017 09:58
(VOVWORLD) -ວັນທີ 29 ມິຖຸນາ, ຄຳຕັດສິນຂອງສານສູງສຸດ ອາເມລິກາ ກ່ຽວກັບການຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງສຳລັບພົນລະເມືອງ 6 ປະເທດອິດສະລາມ ຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ມີຜົນສັກສິດຢ່າງເປັນທາງການ.
ອາເມລິກາ ຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງ
 ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະດຳລັດຄົນເຂົ້າເມືອງ ພາບ: Reuters ນີ້ເປັນຄັ້ງທຳອິດ ສານສູງສຸດ ອາເມລິກາ ຊື່ງແມ່ນອົງການຕຸລາການສູງສຸດຂອງ ອາເມລິກາ ໄດ້ອອກຄຳຕັດສິນຢ່າງເປັນທາງການສຳລັບລັດຖະດຳລັດຫ້າມຄົນເຂົ້າເມືອງຂອງປະທານາທິບໍດີ Donald Trump  ຊື່ງແມ່ນລັດຖະດຳລັດທີ່ຖືກປິດລ້ອມຈາກບັນດາສານຂັ້ນລຸ່ມເຮັດໃຫ້ເອກະສານນີ້ບໍ່ສາມາດມີຜົນສັກສິດ. ຄຳຕັດສິນຂອງສານສູງສຸດ ອາເມລິກາ ໄດ້ຮັບຖືວ່າຄືດັ່ງໄຊຊະນະເບື້ອງຕົ້ນຂອງ ປະທານາທິບໍດີ Donald Trump ແຕ່ຄຳຕັດສິນນີ້ ອາດຈະຖືກປ່ຽນແປງ ເມື່ອສານສູງສຸດ ອາເມລິກາ ຈະພິຈາລະນາ ທັງໝົດລັດຖະດຳລັດດັ່ງກ່າວໃນເດືອນ ຕຸລາ ຈະມາເຖິງ. ລັດຖະດຳລັດຈຳກັດພົນລະເມືອງຕ່າງປະເທດເຂົ້າເມືອງ ໂດຍປະທານາທິບໍດີ Donald Trump  ເຊັນ ເມື່ອ ວັນທີ 6 ມີນາປີ 2017 ຊື່ງຫ້າມພົນລະເມືອງ 6 ປະເທດ ມີຊາວມຸດສະລິມກວມສ່ວນຫລາຍ ລວມມີ: ອີຣານ, ລີບີ, ໂຊມາລີ, ຊີຣີ, ຊູດັງ ແລະ ເຢເມນ ເຂົ້າເມືອງ ອາເມລິກາ ໃນເວລາ 90 ວັນ ແລະ ຢຸດຕິເລື່ອງອະນຸຍາດໃຫ້ຊາວອົບພະຍົບເຂົ້າເມືອງ ອາເມລິກາ ໃນເວລາ 120 ວັນ. ລັດຖະດຳລັດນີ້ໄດ້ຮັບການຕີລາຄາວ່າ ແມ່ນມີການດັດປັບບາງຢ່າງເມື່ອທຽບໃສ່ລັດຖະດຳລັດສະບັບເກົ່າທີ່ໄດ້ປະກາດໃນທ້າຍເດືອນມັງກອນ. ເຖິງຢ່າງໃດກໍຕາມ, ວົງການເຈົ້າຫນ້າທີ່ຕຸລາການ ຢູ່ລັດຕ່າງໆຂອງ ອາເມລິກາ ໄດ້ຖືວ່າ ເຖິງວ່າ ຂອບເຂດດັດປັບຂອງລັດຖະດຳລັດສະບັບໃຫມ່ຖືກຮັດແຄບ ແຕ່ເອກະສານນີ້ ຍັງຄົງສືບຕໍ່ແມ່ນສິ່ງທ້າທາຍສຳລັບພື້ນຖານລັດຖະທຳມະນູນ ເມື່ອມີການຈຳແນກສຳລັບສາສະຫນາໃດຫນຶ່ງ.         ຕາມຄຳຕັດສິນຂອງສານສູງສຸດ ອາເມລິກາ ທີ່ຫາກໍ່ປະກາດໃຊ້, ສານດັ່ງກ່າວ ບໍ່ຫ້າມພົນລະເມືອງທັງໝົດຂອງ 6 ປະເທດດັ່ງກ່າວ ເຂົ້າເມືອງ ອາເມລິກາ ຫາກຍັງຄົງອະນຸຍາດໃຫ້ຜູ້ທີ່ມີການພົວພັນຢ່າງເໝາະສົມກັບບັນດາບຸກຄົນ ແລະ ອົງການຈັດຕັ້ງ ອາເມລິກາ ໄດ້ເຂົ້າເມືອງ, ຕົວຢ່າງຄື: ນັກສຶກສາມີຫນັງສືເຂົ້າໂຮງຮຽນ, ຄົນງານມີສັນຍາ ຫລື ຍາດຕິພີ່ນ້ອງຂອງຜູ້ທີ່ດຳລົງຊີວິດຢູ່ອາເມລິກາຢ່າງຖືກຕ້ອງຕາມກົດໝາຍ.
TAG
VOV/VOVworld/ຄວາມສະຫງົບປອດໄພ