VOV WorldVOV World
ອາເມລິກາ - ສປປ.ເກົາຫຼີ ກ່ອນທີ່ດຳເນີນກອງປະຊຸມສຸດຍອດຄັ້ງທີ 2
12/02/2019 07:49
(VOVWORLD) - ຍັງບໍ່ຮອດອີກ 3 ອາທິດ, ການພົບປະສຸດຍອດຄັ້ງທີ 2 ທີ່ໄດ້ລໍຄອຍລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະໄດ້ຮັບການດຳເນີນຢູ່ ຫວຽດນາມ.
ອາເມລິກາ - ສປປ.ເກົາຫຼີ ກ່ອນທີ່ດຳເນີນກອງປະຊຸມສຸດຍອດຄັ້ງທີ 2
ໃນຈຸດເວລານີ້, 2 ຝ່າຍພວມເຈລະຈາຢ່າງຮີບເຮັ່ງເພື່ອກຳນົດເນື້ອໃນການປຶກສາຫາລືທີ່ຈະຍື່ນສະເໜີຕໍ່ກອງປະຊຸມສຸດຍອດຄັ້ງນີ້. ຄວາມມານະພະຍາຍາມຂອງທັງ ອາເມລິກາ ແລະ ສປປ.ເກົາຫຼີ ແມ່ນພື້ນຖານເພື່ອຫາງສຽງສາກົນມີຄວາມຫວັງກ່ຽວກັບໜ້າປະຫວັດສາດໃໝ່ໃຫ້ແກ່ພື້ນຖານສັນຕິພາບໃນແຫຼມ ເກົາຫຼີ.   ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN         ຂໍ້ມູນຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ໄດ້ແຜ່ລາມແຕ່ດົນແລ້ວ ແຕ່ຕ້ອງລໍຖ້າຮອດວັນທີ 05 ກຸມພາ ເມື່ອສານສະຫະລັດຂອງທ່ານປະທານາທິບໍດີ Donald Trump ໄດ້ປະກາດ, ຫາງສຽງຈຶ່ງໄດ້ຮູ້ວັນເວລາ ແລະ ສະຖານທີ່ດຳເນີນເຫດການການເມືອງສຳຄັນນີ້ຢ່າງຊັດເຈນ. ຕາມແຜນການແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະດຳເນີນການພົບປະສຸດຍອດຄັ້ງທີ 2 ຢູ່ ຮ່າໂນ້ຍ ແຕ່ວັນທີ 27 – 28 ກຸມພາ, ພາຍຫລັງການພົບປະຄັ້ງທຳອິດໄດ້ດຳເນີນໃນວັນທີ 12 ມິຖຸນາ 2018 ຢູ່ ສິງກະໂປ.
TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ/ອາ​ເມ​ລິ​ກາ/Donald Trump/ສ​ປ​ປ.ເກົາຫຼີ/Kim Jong-un