ຮາມາດ ແລະ ຟາຕາລົງນາມໃນຂໍ້ຕົກລົງໄກ່ເກ່ຍ - ບາດກ້າວເດີນທີ່ສຳຄັນໃຫ້ແກ່ການໄກ່ເກ່ຍຢູ່ພາຍໃນ ປາແລັສຕິນ
17/10/2017 13:14
(VOVWORLD) -ວັນທີ 12 ຕຸລາ, ການນຳຂະບວນການ ຮາມາດ ແລະ ຟາຕາຢູ່ປາແລັສຕິນໄດ້ບັນລຸຂໍ້ຕົກລົງໄກ່ເກ່ຍຢູ່ກາຍໂຣປະເທດອີຢິບ, ອັນໄດ້ຢຸດຕິການຂັດແຍ່ງກັນ ແລະ ຖືກແບ່ງແຍກເປັນເວລາ 1 ທົດສະວັດ

ນີ້ແມ່ນບາດກ້າວເດີນປະຫວັດສາດ, ເປີດແງ່ຫວັງຢຸດຕິການປະທະກັນທີ່ແກ່ຍາວລະຫວ່າງ 2 ຂະບວນການການເມືອງທີ່ຫຼັກແຫຼ່ງຂອງປາແລັສຕິນ ແລະ ມຸ່ງໄປສູ່ການສ້າງປາແລັສຕິນແຫ່ງສາມັກຄີ, ສ້າງທ່າໄດ້ປຽບໃນບັນດາການເຈລະຈາສັນຕິພາບກັບອິດສະຣາແອນ. ຮາມາດ ແລະ ຟາຕາລົງນາມໃນຂໍ້ຕົກລົງໄກ່ເກ່ຍ ຕາມຂໍ້ຕົກລົງທີ່ຫາກໍໄດ້ລົງນາມ, ຮາມາດຈະມອບສິດຄວບຄຸມດ່ານຊາຍແດນ ຣາຟາ ແລະ ອົງການສຳນັກງານປົກຄອງທັງໝົດຢູ່ເຂດກາຊາໃຫ້ແກ່ລັດຖະບານສາມັກຄີ ປາແລັສຕິນໃນວັນທີ 1 ພະຈິກ ແລະ ວັນທີ 1 ທັນວາຕາມລຳດັບ. ຟາຕາຈະຈັດສົ່ງຕຳຫຼວດ 3000 ຄົນເພື່ອເພີີ່ມເຕີມກຳລັງຢູ່ເຂດກາຊາ, ເຖິງວ່າ ຮາມາດຍັງຄົງແມ່ນກຸ່ມກຳລັງປະກອບອາວຸດທີ່ເຂັ້ມແຂງທີ່ສຸດຂອງ ປາແລັສຕິນດ້ວຍມືປືນປະມານ 25.000 ຄົນໄດ້ຮັບການປະກອບອາວຸດທີ່ດີ. ຮາມາດ ແລະ ຟາຕາ ຈະປຶກສາກ່ຽວກັບວັນເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ກໍຄືການປະຕິຮູບອົງການປົກປ່ອຍ ປາແລັສຕິນ PLO.
TAG
VOV/VOVworld/ຕາເວັນອອກກາງ
Related








