ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເລັ່ງໃສ່ການແກ້ໄຂພັດທະນາເສດຖະກິດ
23/09/2015 09:28
ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ພວມໄດ້ຮັບຄວາມສົນໃຈ, ປະກອບຄຳເຫັນຈາກປະຊາຊົນ, ຖັນແຖວນັກປັນຍາຊົນ ແລະ ບັນດານັກວິທະຍາສາດຢ່າງຫຼວງຫຼາຍ

ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ພວມໄດ້ຮັບຄວາມສົນໃຈ, ປະກອບຄຳເຫັນຈາກປະຊາຊົນ, ຖັນແຖວນັກປັນຍາຊົນ ແລະ ບັນດານັກວິທະຍາສາດຢ່າງຫຼວງຫຼາຍ. ພ້ອມກັບບັນດາເນື້ອໃນສຳຄັນກ່ຽວກັບຍຸດທະສາດພັດທະນາປະເທດຊາດ, ບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການປ່ຽນແປງໃໝ່, ພັດທະນາເສດຖະກິດໄດ້ຮັບຄວາມສົນໃຈເປັນພິເສດຈາກປະຊາຊົນທຸກຊັ້ນວັນນະ. (ພາບປະກອບ) ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ບໍ່ພຽງແຕ່ຕີລາຄາອາຍຸການຂອງຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມຄັ້ງທີ 12 ໃນ 5 ປີ 2011-2015 ເທົ່ານັ້ນ, ຫາກຍັງທົບທວນຄືນ 30 ປີແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດຂອງປະເທດຊາດອີກດ້ວຍ. ຫົວເລື່ອງຂອງຮ່າງເອກະສານກອງປະຊຸມໃຫຍ່ແມ່ນ “ເພີ່ມທະວີການກໍ່ສ້າງພັກໃຫ້ໂປ່ງໃສ, ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາດ ແລະ ປະຊາທິປະໄຕສັງຄົມນິຍົມ; ຍູ້ແຮງກິດຈະການປ່ຽນແປງໃໝ໋ຢ່າງຮອບດ້ານ ແລະ ຄົບຊຸດ, ປົກປັກຮັກສາປະເທດໃຫ້ໝັ້ນແກ່ນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ກໍ່ສ້າງພື້ນຖານນຳປະເທດຊາດກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ” ໄດ້ຮັບການຕີລາຄາສູງຈາກຫາງສຽງ.
TAG
vovworld/ກອງປະຊຸມ/ພັກກອມມູນິດ
Related
More








