VOV WorldVOV World
ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ
02/04/2019 05:38
(VOVWORLD) - ໃນສະພາບການລະບົບການຄ້າໂລກ ພວມປະເຊີນໜ້າຕໍ່ບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ ແຕ່ ອາຊີ ຍັງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແລະ ຄາດວ່າຈະກາຍເປັນກຸ່ມກ້ອນຮ່ວມມືພາກພື້ນໃຫຍ່ສຸດໂລກ.
ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ
ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວອາວ 2019 (BFA) ໄດ້ສິ້ນສຸດລົງຢູ່ປະເທດ ຈີນ ໃນອາທິດຜ່ານມາ ໄດ້ຢັ້ງຢືນຄວາມຈຳເປັນ ຕ້ອງເພີ່ມທະວີການຮ່ວມມືພາກພື້ນ ແລະ ທົ່ວໂລກ ເພື່ອຮັກສາທ່າເຕີບໂຕເສດຖະກິດໃນໄລຍະຈະມາເຖິງ. ເວທີປາໄສໄດ້ຮັບຖືວ່າຄື Davos ຂອງ ອາຊີ ນີ້, ມີຫລາຍມາດຕະການໄດ້ຍົກອອກມາ ເຖິງຢ່າງໃດກໍ່ຕາມ ກໍ່ສະແດງໃຫ້ເຫັນບັນດາສິ່ງທ້າທາຍສຳລັບ ອາຊີ ເມື່ອລັດທິອາລັກຂາພວມຟື້ນຕົວຂຶ້ນ ແລະ ລະບົບການຄ້າໂລກຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ.   ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວອາວ 2019 (ພາບ: THX/TTXVN )
TAG
VOV/VOVworld/ອາຊີ/ທ່າເຕີບໂຕ/ເສດຖະກິດ/BFA

More