ອາຊຽນນັບມື້ນັບເປັນເອກະພາບກັນໃນບັນຫາທະເລຕາເວັນອອກ
18/04/2016 06:55
ການເຄື່ອນໄຫວກໍ່ສ້າງບູລະນະເກາະ ແລະ ການຫັນເປັນການທະຫານ ຢູ່ເຂດທະເລຕາເວັນອອກຂອງຈີນໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມວິຕົກກັງວົນທີ່ສຸດ
ການເຄື່ອນໄຫວກໍ່ສ້າງບູລະນະເກາະ ແລະ ການຫັນເປັນການທະຫານ ຢູ່ເຂດທະເລຕາເວັນອອກຂອງຈີນໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມວິຕົກກັງວົນທີ່ສຸດ, ໃນນັ້ນ ມີບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ນັບແຕ່ເມື່ອຫັນໂຕໄປສູ່ໄລຍະເປັນປະຊາຄົມລວມ, ເບິ່ງຄືວ່າ ອາຊຽນໄດ້ເພີ່ມທະວີຄວາມຮັບຮູ້ກ່ຽວກັບບົດບາດຂອງຕົນທີ່ມີຕໍ່ບັນຫາຂັດແຍ່ງກັນຢູ່ທະເລຕາເວັນອອກ. ອາຊຽນນັບມື້ນັບເປັນເອກະພາບກັນໃນບັນຫາທະເລຕາເວັນອອກ (TTXVN) ທະເລຕາເວັນອອກໃນປະຈຸບັນ ບໍ່ພຽງແຕ່ແມ່ນບັນຫາຂອງບັນດາປະເທດທີ່ຖະແຫຼງປະກາດອະທິປະໄຕເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທັງບັນດາປະເທດທີ່ມີຜົນປະໂຫຍດຢູ່ເຂດທະເລທີ່ໄດ້ຮັບຖືເປັນເສັ້ນທາງທະເລທີ່ສຳຄັນຂອງພາກພື້ນຊຶ່ງລວມມີສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ). ຕໍ່ໜ້າບັນດາການຜັນແປທີ່ເຄັ່ງຕຶງຢູ່ ທະເລຕາເວັນອອກເມື່ອບໍ່ດົນມານີ້, ເບິ່ງຄືວ່າ ອາຊຽນບໍ່ໄດ້ຫຼົບຫຼີກອີກແລ້ວ.
TAG
vovworld/ທະເລ/ອາຊຽນ
Related
More







