VOV WorldVOV World
ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ກູ​ບາ
28/09/2022 09:09
(VOVWORLD) -“ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ມາຢ້ຽມຢາມມິດຕະພາບ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 2 ຕຸລາ ປີ 2022. ນີ້ແມ່ນການຢ້ຽມຢາມປະເທດຢູ່ນອກພາກພື້ນອາເມລິກາ ລາຕິນຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ນັບແຕ່ເວລາດຳລົງຕຳແໜ່ງແຕ່ເດືອນທັນວາ ປີ 2019. ການຢ້ຽມຢາມເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສືບຕໍ່ ແລະ ພັດທະນາການພົວພັນແບບພິເສດລະຫວ່າງ ຫວຽດນາມ - ກູບາ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບຕໍ່ພັດທະນາ ແລະ ຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ, ຄວາມເຊື້ອເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ຫຼາຍກ່ວາອີກ.
ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ກູ​ບາ
ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz (ພາບ: TTXVN)
TAG
VOV/VOVworld/ຫວຽດ​ນາມ/ກູ​ບາ

More