ໄຊຊະນະແຫ່ງການປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ ແລະ ພ້ອມກັບກອງທັບ ແລະ ປະຊາຊົນກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ
07/01/2019 09:16
(VOVWORLD) - “ກອງທັບ ແລະ ປະຊາຊົນກໍາປູເຈຍ ຖ້າຫາກບໍ່ໄດ້ຮັບການຊ່ວຍເຫຼືອຈາກຫວຽດນາມ ແມ່ນບໍ່ສາມາດປົດປ່ອຍໄວເຊັ່ນນັ້ນ...”

ວັນທີ 07 ມັງກອນ, ແມ່ນວັນຄົບຮອບ 40 ປີ ແຫ່ງວັນກອງທັບ ແລະ ປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະໃນການຕໍ່ສູ້ ປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ແລະ ພ້ອມກັບກອງທັງ ແລະ ປະຊາຊົນ ກໍາປູເຈຍ ຍາດໄດ້ໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ (07/01/1979 – 07/01/2019) - ເຊິ່ງເປັນຂີດໝາຍປະກາຍແຈ້ງໃນປະຫວັດສາດແຫ່ງການພົວພັນມິດຕະພາບ, ສາມັກຄີທີ່ເປັນມູນເຊື້ອ, ຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ກໍາປູເຈຍ. ນີ້ແມ່ນໄຊຊະນະທີ່ຢັ້ງຢືນເຖິງສິດປ້ອງກັນຕົວທີ່ຊອບທໍາຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນທຸກເສັ້ນຊາຍແດນຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ; ພ້ອມທັງປະກອບສ່ວນຊ່ວຍປະຊາຊົນ ກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ, ກ້າວເຂົ້າສູ່ສັງກາດແຫ່ງສັນຕິພາບ, ເຊື່ອມຕົວບັນດາເຜົ່າ ແລະ ພັດທະນາ. ກ່ອນນີ້ 40 ປີ, ໂດຍປະຕິບັດສິດປ້ອງກັນຕົວອັນຊອບທໍາຂອງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນທຸກເສັ້ນຊາຍແດນຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ໄດ້ລຸກຮື້ຂຶ້ນທໍາການຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ແລະພ້ອມກັບບັນດາກໍາລັງກ້າວໜ້າຂອງ ກໍາປູເຈຍ ທັບມ້າງທໍາລາຍລະບອບດັບສູນເຊື້ອຊາດ, ນໍາປະເທດ ກໍາປູເຈຍ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.
TAG
VOV/VOVworld/ປອນປົດ - ອຽງຊາຣີ/ຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຫວຽດນາມ/ປົກປັກຮັກສາ/ນໍ້າໃສໃຈຈິງ/ການປະທະທີ່ນອງເລືອດ
Related







