VOV WorldVOV World
AMM – 49 ປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ
25/07/2016 06:09
ວັນ​ທີ 24/7, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ດ້ວຍ​ຫົວ​ຂໍ້ “ ນຳ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ເພື່ອ ປະ​ຊາ​ຄົມ​ອາ​ຊຽນທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ ” ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ
AMM – 49 ປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ
ວັນ​ທີ 24/7, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ດ້ວຍ​ຫົວ​ຂໍ້ “ ນຳ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ເພື່ອ ປະ​ຊາ​ຄົມ​ອາ​ຊຽນທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ ” ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ຢ່າງ​ເປັນ​ທາງ​ການ. ພ້ອມ​ກັບ​ການ​ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ ກໍ​ຄື​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ສານ​ລວມ​ທີ່ບັນ​ດາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ຂອງ 10 ປະ​ເທດອາ​ຊຽນ​  ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນອາ​ຊຽນ​ຄວນເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຢູ່​ພາກ​ພື້ນ ໃນ​ການ​ພົວ​ພັນ​ກັບບັນ​ດາ​ຄູ່​ຮ່ວມ​ມື ກໍ​ຄື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນ ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.   ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (TTXVN)       ກ່ອນ​ທີ່​ຈະ​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໂດຍ​ຕ່າງ​ໜ້າ​ໃຫ້​ປະ​ເທດ​ເປັນ​ປະ​ທານ​ອາ​ຊຽນ 2016 ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM – 49 ຄັ້ງ​ນີ້ ຈະ​ສ້າງ​ພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ ແລະ ບັນ​ດາ​ກອງ​ປະ​ຊຸມ​ປີນ​ອ້ອມ​ທີ່​ຈະຈັດ​ຂຶ້ນໃນ​ເດືອນ 9 ນີ້​ຢູ່​ນະ​ຄອນຫຼວງວຽງ​ຈັນ. ເພາະ​ສະ​ນັ້ນ, ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ອ​າ​ຊຽນຄວນເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ​ບົດ​ບາດ​ໃຈ​ກາງ​ໃນ​ການ​ແກ້​ໄຂ​ທຸກ​ບັນ​ຫາ.
TAG
vovworld/ອາ​ຊຽນ

More