VOV WorldVOV World
AMM – 49 ຊຸກຍູ້ການປະຕິບັດວິໄສທັດປະຊາຄົມອາຊຽນ 2025
22/07/2016 11:20
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ຖືກ​ໄຂ​ຂຶ້ນ​ເປັນ​ເວ​ລາ 4 ວັນ​ຄື​ແຕ່​ວັນ​ທີ 23-26/7
AMM – 49 ຊຸກຍູ້ການປະຕິບັດວິໄສທັດປະຊາຄົມອາຊຽນ 2025
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ຖືກ​ໄຂ​ຂຶ້ນ​ເປັນ​ເວ​ລາ 4 ວັນ​ຄື​ແຕ່​ວັນ​ທີ 23-26/7. ດ້ວຍ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ວົງ​ກ້​ວາງ, AMM – 49 ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ບັນ​ຫາ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ກໍ່​ສ້າງ​ປະ​ຊາ​ຄົ​ມ ກໍ​ຄື​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ອາຊຽນ, ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາຊຽນ, ເປັນ​ຕົ້ນ​ແມ່ນ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ວິ​ໄສ​ທັດ 2025 ຂອງ​ປະ​ຊາ​ຄົມ ໃນ​ສະ​ພາ​ວະທີ່​ສະ​ຖາ​ນະ​ການ​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ໃໝ່, ສັບ​ສົນ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ.       ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 48 (AMM – 48) ຖືກ​ຈັດ​ຂຶ້ນ​ຢູ່​ມາ​ເລ​ເຊຍ​ເມື່ອ​ເດືອນ 8/2015      AMM – 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ສຸດ​ໃນ​ປີຂອງ​ອາ​ຊຽນ, ລະ​ຫວ່າງອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມມ​ື​ທີ່ຫຼັກ​ແຫຼ່​ງ ຊຶ່ງ​ມີ​ການ​ເຂົ້າຮ່ວມຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 27 ປະ​ເທດ, ໃນ​ນັ້ນ​ມີ 10 ປະ​ເທດ ອາ​ຊຽນ ແລະ 17 ຄູ່​ຮ່ວມ​ມື. ກອງ​ປະ​ຊຸມ AMM – 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ການ​ແກ່ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ​ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະ​ຫງົບ​ທີ່​ເຄີຍ​ມີ​ມາ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ ໄດ້​ກາບ​ເປັນ​ບັນ​ຫາ​ທີ່​ຮ້າຍ​ແຮງກວ່າ​ເກົ່າ, ພິ​ເສດ​ແມ່ນ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ. ໃນ​ຂະ​ນະ​ນັ້ນ, ອາ​ຊຽນຍັງ​ພວມ​ຢູ່​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ, ຍູ້​ແຮງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງໃນ​ພາກ​ພື້ນ. ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ອາ​ຊຽນສາ​ມາດ​ຮັກ​ສາ​ບັນ​ດາຫຼັກ​ໝັ້ນ ແລະ ສຽງ​ເວົ້າ​ລວມ​ຢ່າງ​ມີຫຼັກ​ການ.     ເພາະ​ສະ​ນັ້ນ, ບັນ​ດາ​ກອງ​ປະ​ຊຸມ​ຄັ້ງ​ນີ້, ມີ​ໂຄງ​ການ​ດຳ​ເນີນ​ງານ​ແບບ​ວົງ​ກ້​ວາງ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື. ພ້ອມ​ກັບ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ສຳຫຼວດກວດ​ຄືນ​ສາຍ​ພົ​ວ​ພັນ​ລະ​ຫວ່າງອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື້ອ​ໝັ້ນ ແລະ ການ​ທູດ​ເພື່ອ​ປ້ອງ​ກັນ, ອາ​ຊຽນສຸມ​ໃສ່​ຊຸກ​ຍູ້ການ​ປະ​ຕິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025, ແນ​ໃສ່​ກະ​ກຽ​ມ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ ອາ​ຊຽນ.
TAG
vovworld/ອາ​ຊຽນ

More